ຈີນປະສບ​ຜົນສຳ​ເລັດ​ໃນ​ການ​ຍິງ​ສົ່ງ​ຍານ​ອະວະກາດ​ຂົນ​ສົ່ງ​ລຳ​ທຳ​ອິດ
2017-04-21 17:32:12  cri 

ຈີນ​ໄດ້​ຍິງສົ່ງຈະຫຼວດສົ່ງ​ຍານ​ສາງ​ເຈິ່ງ 7 ຢ໋າວ 2 ທີ່​ບັນທຸກ​ຍານ​ອະວະກາດ​ຂົນ​ສົ່ງ​ຖ່ຽນ​ໂຈ​ວ 1 ຢູ່ຖານ​ຍິງ​ສົ່ງ​ເຫວີ​ນຊ່າງ​ໃນ​​ເວລາ 19 ​ໂມງ 41 ນາທີ​ຂອງ​ວັນ​ທີ 20 ​ເມສາ ​ແລະຫຼັງ​ຈາກ​ນັ້ນ​ປະມານ 596 ວິນາທີ, ຍານ​ອະວະກາດ​ກໍໄດ້​ແຍກ​ອອກ​ຈາກ​ຈະ​ຫຼວດ ​ແລະ​ເຂົ້າ​ສູ່​ວົງ​ໂຄຈອນຕາມ​ກຳນົດ​ໄວ້ ທັງ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ເຊິ່ງນີ້​ເປັນ​ການ​ຍິງ​ສົ່ງ​ຄັ້ງ​ທຳ​ອິດ​ຂອງ​ລະບົບ​ຂົນ​ສົ່ງ​ເຄື່ອງ​ໄປ​ຍານ​ອະວະກາດ​ທີ່​ປະກອບ​ດ້ວຍ​ຍານ​ອະວະກາດ​ຂົນ​ສົ່ງ​ຖ່ຽນ​ໂຈ​ວກັບ​ຈະ​ຫຼວດສົ່ງ​ຍານ​ສາງ​ເຈິ່ງ 7 .

ພາຍຫຼັງ​ຍານອະວະກາດ​ເຂົ້າ​ສູ່​ວົງ​​ໂຄຈອນ​ແລ້ວ ​ເຊິ່ງຕາມ​ແຜນ​ກໍຈະ​ເຊື່ອມ​ຕໍ່​ກັບ​ຖ່ຽນກຸ່ງ 2 ທີ່​ໝູນ​ຕາມ​ວົງ​ໂຄຈອນ​ຢ່າງ​ອັດຕະ​ໂນ​ມັດ​ 3 ຄັ້ງ ​ແລະ​ການ​ເພີ່ມ​ພະລັງ​ຊຸກ​ດັນ 3 ຄັ້ງ​ ​ແລະ​ຍັງ​​ທົດ​ລອງ​ຫຼາຍ​ລາຍການ​ໃນ​ຂົງ​ການ​ນຳ​ໃຊ້​ອະວະກາດ, ​ເຕັກນິກ​ການບິນ​ອະວະກາດ ​ແລະ​ອື່ນໆ. ພາຍຫຼັງ​ສຳ​ເລັດ​ໜ້າ​ທີ່​ແລ້ວ, ຍານ​ອະວະກາດ​ຖ່ຽນ​ໂຈ​ວ 1 ຈະ​ຖືກ​ບັນຊາ​ໃຫ້​ອອກ​ຈາກ​ວົງ​ໂຄຈອນ ​ແລ້ວ​ຕົກ​ໃສ່ເຂດ​ທະ​ເລ​ຢ່າງປອດ​ໄພ​ຕາມ​ກຳນົດ​ໄວ້; ຍານ​ອະວະກາດ​ຖ່ຽນ​ກຸ່ງ 2 ຈະ​ສືບ​ຕໍ່​ທົດ​ລອງ​ແລະ​ປະຕິບັດ​ໜ້າ​ທີ່ຢູ່​​ວົງ​ໂຄຈອນ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ