ປະທານາທິບໍດີ​ກາຊັກ​ສະຖານ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ
2017-04-22 15:26:45  cri 

ວັນ​ທີ 21 ​ເມສາ​ນີ້, ຢູ່ນະຄອນຫຼວງ​ອາສຕານາ ປະ​ເທດກາ​ຊັກ​ສະຖານ, ທ່ານ​​ເນີຊູ​ວຕັນ ອາ​ບີ​ເຊ​ວິສ໌ ນາ​ຊາ​ບາ​​ເຢຟ ປະ​ທາ​ນາ​ທິບໍດີ​ກາ​ຊັກ​ສະຖານ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຈີນ​ໂອກາດ​ເດີນທາງຢ້ຽມຢາມ​ກາ​ຊັກ​ສະຖານ​ຢ່າງ​ເປັນ​ທາງ​ການ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ອົງການການ​ຮ່ວມ​ມື​ຊຽງ​ໄຮ.

ທ່ານ​ນາ​ຊາ​ບາ​ເຢຟກ່າວ​ວ່າ, ການ​ພົນ​ພັນ​ລະ​ຫ່າງ​ກາ​ຊັກ​ສະຖານ​-​ຈີນ​ແມ່ນ​ການພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ອັນ​ພິ​ເສດ, ​ໄດ້​ສ້າງ​ແບບຢ່າງ​ໃຫ້​ການ​ພົວພັນ​ລະຫວ່າງ​ປະ​ເທດກັບປະ​ເທດ. ຂ້າພະ​ເຈົ້າ​ຍິນ​ດີ​ເຂົ້າ​ຮ່ວມ​​ເວທີ​ເປິກສາຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ " ໜຶ່ງ​ແນວທາງ​ໜຶ່ງ​​ເສັ້ນທາງ" ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ໃນເດືອນ​ໜ້າ. ຂ້າ​ພະ​ເຂົ້າ​ກໍ່​ຍິນ​ດີ​ເຊີນ​ທ່ານ​ສີ​ຈີ້​ນພິງ ປະທານ​ປະ​ເທດ​ຈີນ​ມາ​ກາ​ຊັກ​ສະຖານ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາສຕານາ​ອົງການ​ການ​ຮ່ວມ​ມື​ຊຽງ​ໄຮແລະ​ຢ້ຽມຢາມ​ກາ​ຊັກ​ສະຖານ​ທາງ​ລັດຖະກິດ​ໃນ​ເດືອນມີຖຸນາປີ​ນີ້. ​ແນວ​ໃດ​ກໍ​ດີ, ກາ​ຊັກ​ສະຖານ​ວາງ​ຂໍ້​ລິ​ເລີ່​ມ " ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ" ​​ໃນ​ບ່ອນ​ໃຈກາງ​ແລະ ຍິນ​ດີ​ຊຸກຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງສອງ​ປະ​ເທດ​ແລະ​ພາກ​ພື້ນ​ໂດຍ​ຜ່ານການ​ຮ່ວມສ້າງ " ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ".

ທ່ານ​ວາງຢີ້ກ່າວ​ວ່າ, ປີ​ນີ້​ແມ່ນປີ​ຄົບຮອບ 25 ປີ​ຂອງ​ການ​ສ້າງ​ສາ​ຍພົວພັນ​ທາງ​ການ​ທູດລະຫວ່າງ​ຈີນ - ກາ​ຊັກ​ສະຖານ, ການ​ທີ່ວາງ​ແຜນ​ແລະ​ຈັດ​ຕັ້ງ​ປະຕິ​ດບັດ​ການ​ພົບປະລະ​ຫວ່າງ​ທ່ານ​ປະທານ​ສີ​ຈີ້​ຜິ​ງກັບ​ທ່ານ​ປະທານາທິບໍດີ​ແມ່ນ​ວາລະ​ການ​ເມືອງສຳຄັນ​ທີ່​ສຸດ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ປີ​ນີ້. ຈີນ​ຍິນ​ດີ​ຖື​ການ​ພົບ​ປະ​ເທື່ອ​ນີ້​ເປັນ​ໂອກາດ, ພະຍາຍາມ​ຮ່ວມ​ກັບກາ​ຊັກ​ສະຖານ, ຊຸກຍູ້​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ