ຂ່າວສານສູນກາງເກົາຫຼີລາຍງານໃນວັນທີ22ເມສານີ້ວ່າ,ຍ້ອນວ່າອາເມລິກາບໍ່ປະຖິ້ມນະໂຍບາຍເປັນປໍລະປັກກັບສປປເກົາຫຼີ, ສປປເກົາຫຼີຈຶ່ງບໍ່ມີຄວາມສົນໃຈທີ່ຈະຟື້ນຟູການເຈລະຈາກັບອາເມລິກາຄືນໃໝ່.
ຂ່າວສານສູນກາງເກົາຫຼີໄດ້ອອກບົດວິຈານບົດໜຶ່ງໂດຍກ່າວວ່າ, ອາເມລິກາຕິຕຽນສປປເກົາຫຼີຄວນຮັບຜິດຊອບຕໍ່ການປະສົບຄວາມຫຼົ້ມເຫຼວຂອງການເຈລະຈາລະຫວ່າງສອງຝ່າຍ, ກໍເພື່ອເວົ້າແກ້ຕົວຕໍ່ນະໂຍບາຍຂວໍ້າບາດດ້ານເສດຖະກິດແລະໃຊ້ຄວາມກົດດັນດ້ານການທະຫານຕໍ່ສປປເກົາຫຼີ.
ບົດວິຈານຍັງຂຽນວ່າ,ອາເມລິກາກ່າວວ່າບໍ່ມີຄວາມຫວັງແຕ່ຢ່າງໃດຕໍ່ການເຈລະຈາກັບສປປເກົາຫຼີ,ແລະກຽມຈະໃຊ້ກຳລັງທະຫານຕໍ່ສປປເກົາຫຼີຢ່າງເປີດເຜີຍ,ເພື່ອປ້ອງກັນບໍ່ໃຫ້ສປປເກົາຫຼີພັດທະນາກຳລັງຕໍ່ຕ້ານ,ທັງໃຊ້ຄວາມກົດດັນດ້ານການທະຫານແລະມາດຕະການຂວໍ້າບາດດ້ານເສດຖະກິດຕໍ່ສປປເກົາຫຼີມາໂດຍຕະຫຼອດ, ຈັດວາງອາວຸດນິວເຄຼຍລັກສະນະຍຸດທະວິທີຢູ່ສ.ເກົາຫຼີ. ຖ້າວ່າທ່ານໂດນັນ ທຣໍາ,ປະທານາທິບໍດີອາເມລິກາບໍ່ປະລະນະໂຍບາຍເປັນປໍລະປັກກັບສປປເກົາຫຼີ, ສປປເກົາຫຼີກໍ່ບໍ່ມີຄວາມສົນໃຈທີ່ຈະຟື້ນຟູການເຈລະຈາກັບອາເມລິກາຄືນໃໝ່.