ສປປ​ເກົາຫຼີ​ກ່າວ​ວ່າ​ບໍ່​ມີ​ເຈຕະນາ​ທີ່ຈະ​ຟື້ນ​ຟູ​ການ​ເຈລະຈາກັບ​ອາ​ເມ​ລິ​ກາ​ຄືນ​ໃໝ່
2017-04-23 13:38:00  cri 
ຂ່າວສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ22​ເມສາ​ນີ້​ວ່າ,​ຍ້ອນ​ວ່າ​ອາ​ເມ​ລິ​ກາ​ບໍ່​ປະ​ຖິ້ມ​ນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ກັບສປປ​ເກົາຫຼີ, ສປປ​ເກົາຫຼີ​ຈຶ່ງ​ບໍ່​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ຟື້ນ​ຟູ​ການ​ເຈລະຈາ​ກັບ​ອາ​ເມ​ລິ​ກາ​ຄືນ​ໃໝ່.

ຂ່າວສານ​ສູນ​ກາງ​ເກົາຫຼີ​ໄດ້ອອກ​ບົດ​ວິຈານ​ບົດ​ໜຶ່ງ​ໂດຍ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຕິ​ຕຽນ​ສປປ​ເກົາຫຼີ​ຄວນ​ຮັບຜິດຊອບ​ຕໍ່​ການ​ປະສົບ​ຄວາມ​ຫຼົ້ມ​​ເຫຼວ​ຂອງ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ, ກໍ​ເພື່ອ​​ເວົ້າແກ້​ຕົວຕໍ່​ນະ​ໂຍບາຍ​ຂວໍ້າ​ບາດ​ດ້ານ​ເສດຖະກິດ​ແລະ​ໃຊ້​ຄວາມ​ກົດ​ດັນດ້ານ​ການ​ທະຫານ​ຕໍ່ສປປ​ເກົາຫຼີ.

ບົດວິຈານຍັງ​ຂຽນ​ວ່າ,​ອາ​ເມ​ລິ​ກາ​ກ່າວ​ວ່າ​ບໍ່ມີ​ຄວາມ​ຫວັງ​ແຕ່​ຢ່າງ​ໃດ​ຕໍ່​ການ​ເຈລະຈາ​ກັບສປປ​ເກົາຫຼີ,​ແລະກຽມ​ຈະ​ໃຊ້​ກຳລັງ​ທະຫານ​ຕໍ່ສປປ​ເກົາຫຼີ​ຢ່າງ​ເປີດ​ເຜີຍ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສປປ​ເກົາຫຼີ​ພັດທະນາ​ກຳລັງ​ຕໍ່ຕ້ານ,ທັງ​ໃຊ້​ຄວາມ​ກົດ​ດັນ​ດ້ານ​ການ​ທະຫານ​ແລະ​ມາດ​ຕະການ​ຂວໍ້າ​ບາດ​ດ້ານ​ເສດຖະກິດ​ຕໍ່ສປປ​ເກົາຫຼີ​ມາ​ໂດຍ​ຕະຫຼອດ, ຈັດວາງ​ອາວຸດ​ນິວ​ເຄຼຍລັກສະ​ນະ​ຍຸດ​ທະວິ​ທີ​ຢູ່​ສ.​​ເກົາຫຼີ. ຖ້າວ່າ​ທ່ານ​ໂດນັນ ທຣໍາ,ປະທານາທິບໍດີ​ອາ​ເມ​ລິ​ກາ​ບໍ່​ປະລະ​ນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ກັບສປປ​ເກົາຫຼີ, ສປປ​ເກົາຫຼີ​ກໍ່​ບໍ່​ມີ​ຄວາມ​ສົນ​ໃຈທີ່​ຈະ​ຟື້ນ​ຟູ​ການ​ເຈລະຈາ​ກັບ​ອາ​ເມ​ລິ​ກາ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ