ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ທັດສະນະ​ສຶກສາ​ຢູ່ສວນ​ຟູ​ໂຢງຕ້າ​ຖາງ​ຂອງ​ຈີນ
2017-04-24 15:59:55  cri 


ຕາມ​ຂ່າວCRI: ວັນທີ 23 ​ເມສາ​ນີ້, ນັກ​ຂ່າວ​​ຈີນ​ແລະ​ຕ່າງປະ​ເທດຈາກ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ​ໄດ້​​ເດີນທາງ​​​ໄປເມືອງ​ຊີ່​ອ່ານ​ເພື່ອ​ທັດສະນະ​ສຶກສາໂຄສະນາ​ແລະ​ລາຍ​ງານ​​ສະພາບ​ຕ່າງໆ​ຂອງເມືອງດັ່ງກ່າວ,ພ້ອມ​ທັງ​ທ່ຽວ​ຊົມ​ສວນ​ຟູ​ໂຢງຕ້າ​ຖາງ.


​ເມືອງ​ຊີ່​ອ່ານ​​ເປັນ​ນະຄອນຫຼວງ​ໃນ​ສະ​ໄໝລາຊະວົງຖາງ,​ແລະກໍ​ແມ່ນ​ໜຶ່ງ​ໃນ 4 ​​ເມືອງ​ເກົ່າ​ແກ່ຂອງ​ຈີນ. ຂະນະ​ທີ່ສວນ​ຟູ​ໂຢງ​ຕ້າ​ຖາງ​ໄດ້​ສ້າງ​ຂຶ້ນ​ຢູ່​ເຂດ​ພັດທະນາ​ສີ​ຈ່ຽງທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເມືອງ, ​ເປັນສວນ​ວັດທະນະທຳ​ທີ່​ຮຽນ​ແບບ​ສວນ​ອຸທິຍານພະ​ລາຊະ​ວົງ​ຖາງ ​​ແລະ​ໄດ້​ຮັບ​ການ​ກວດ​ເປັນ​ແຫຼ່ງທ່ອງ​ທ່ຽວ​ລະດັບ 5A ຈາກ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໃນ​ປີ 2011. ສ່ວນສວນ​ຟູ​ໂຢງ​​ໃນ​ສະ​ໄໝລາຊະວົງ​ຖາງ​​ແມ່ນ​ສວນ​ອຸທິຍານ​ຂອງ​ເຈົ້າ​ຊີວິດ​ແລະ​ກໍ​ແມ່ນ​ສວນ​ອຸທິຍານ​ຂອງ​ເຈົ້າ​ຊີວິດ​ຈີນ​ແຫ່ງ​ທຳ​ອິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ