ພາກສ່ວນ​ທາງ​ລົດ​ໄຟ​ຂອງ 7 ປະ​ເທດ​ເຊັນ "ສັນຍາ​ວ່າ​ດ້ວຍ​ການ​ລົງ​ເລິກການ​ຮ່ວມ​ມື​ລົດ​ໄຟ​ຈີນ-​ເອີຣົບ"
2017-04-24 16:42:18  cri 
ວັນ​ທີ 22 ​ເມສາ​ນີ້, ລັດ​ວິ​ສາ​ຫະກິດທາງ​ລົດ​ໄຟ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ພາກສ່ວນ​ທາງ​ລົດ​ໄຟ​ຂອງ 7 ປະ​ເທດ​ຄື: ຈີນ, ​ເບ​ລາຣູຊີ, ​ເຢຍລະ​ມັນ,ກາ​ຊັກ​ສະຖານ,​ມົງ​ໂກ​ລີ,ໂປ​ໂລ​ຍ​ແລະຣັດ​ເຊຍ​ໄດ້​ເຊັນ "ສັນຍາ​ວ່າ​ດ້ວຍ​ການ​ລົງ​ເລິກ​ການ​ຮ່ວມ​ມື​ລົດ​ໄຟ​ຈີນ​-​ເອີຣົບ". ນີ້​ແມ່ນ​ພາກສ່ວນ​ທາງ​ລົດ​ໄຟ​ຂອງ​ຈີນ​ເຊັນ​ສັນຍາ​ຮ່ວມ​ມື​ການ​ດຳ​ເນີນ​ວຽກ​ງານ​ທາງລົດ​ໄຟ​ຈີນ-​ເອີຣົບກັບ​ພາກສ່ວນ​ທາງ​ລົດ​ໄຟ​ຂອງ​ປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຄັ້ງທຳ​ອິດ​ເພື່ອ​ຮັບປະກັນ​​ໃຫ້ລົດ​ໄຟ​ຈີນ-​ເອີຣົບສາມາດ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ.

​ເນື້ອ​ໃນຕົ້ນຕໍ​ຂອງ​ສັນຍາ​ທັງ​ໝົດ​ມີ​ດັ່ງ​ນີ້: ໜຶ່ງ,ຊຸກຍູ້​ການ​ເຊື່ອມ​ຕໍ່​​ແຜນພັດທະນາ​ພື້ນຖານ​ໂຄງ​ລ່າງທາງ​ລົດ​ໄຟ,ສ້າງ​ທາງ​ລົດ​ໄຟ​ຂົນ​ສົ່ງ​​ສາຍຫຼັກລະຫວ່າງ​ຈີນ-​ເອີຣົບ; ສອງ,​ເພີ່ມ​ທະວີ​ການຈັດ​ຕັ້ງ​ດ້ານ​ການ​ຂົນ​ສົ່ງ,ຍົກ​ຄວາມ​ໄວ​ຂອງ​ລົດ​ໄຟ​ພາຍ​ໃນບັນດາ​ປະ​ເທດ​ດັ່ງກ່າວ​ໃຫ້​ສູງ​ຂຶ້ນ; ສາມ,ຊຸກຍູ້​ມາດຖານ​ດ້ານ​ການ​ບໍລິການ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ,ສູນ​ຂໍ້​ມູນ​ຂ່າວສານ​ທີ່​​ເປັນ​ເອກະ​ພາບ,ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງ​ສິນຄ້າ; ສີ່,​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ລົດ​ໄຟ​ຈີນ-​ເອີຣົບ;ຫ້າ,​ປະສານສົມທົບ​ກັນ​ລະຫວ່າງ​ດ່ານ​ພາສີ​ແລະ​ພາກ​ສ່ວນ​ກວດ​ກາ​ປະສົມ​ອື່ນໆຂອງ​ປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ,​ເຮັດ​ໃຫ້​ລະບຽບ​ການຂົນ​ສົ່ງສິນຄ້າ​ຜ່ານ​ດ່ານ​ຂອງ​ລົດ​ໄຟກະທັດ​ຮັດ​ງ່າຍ​ຂຶ້ນ; ​ແລະ ຫົກ,ສ້າງ​ຕັ້ງ​ໜ່ວຍ​ງານ​ປະສົມແລະ​ໜ່ວຍ​ງານ​ຊ່ຽວຊານ​ການ​ຂົນ​ສົ່ງທາງ​ລົດ​ໄຟ​ຈີນ-​ເອີຣົບ​,ປຶກສາ​ຫາລື​ເພື່ອ​ແກ້​ໄຂ​ບັນຫາ​ໃນ​ຂະ​ບວນການ​ການ​ສົນ​ສົ່ງທາງ​ລົດ​ໄຟ​ຢ່າງ​ທັນ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ