ກອ​ງປະຊຸມ​ເວທີ​ປຶກສາ​ຫາລື​ບັນດາປະ​ເທດ​ອະ​ລິ​ຍະ​ທຳ​ເກົ່າ​​ແກ່​ທີ່ສາມາດ​ໃຫ້ການ​ຊ່ວຍ​​ເຫຼືອ​ດ້ານ​​ແນວ​ຄິດ​ແລະ​ວັດທະນະ​ທຳ​ເພື່ອ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-04-24 11:02:04  cri 
ຕາມ​ຂ່າວCRI: ທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ກ່າວ​ຂະນະ​ທີ່​ພົບ​ປະ​ກັບ​ນັກ​ຂ່າວ​ຮ່ວມ​ກັບ​ທ່ານ​ນິ​ໂຄສ໌ ຄັອດຊີ​ອາສ໌ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ​ເກຣັກ​ໃນ​ວັນ​ທີ 23 ​ເມສາ​ນີ້ ​ວ່າ, ກອ​ງປະຊຸມ​ເວທີ​ປຶກສາ​ຫາລືບັນດາ​ປະ​ເທດ​ອາ​ລິ​ຍະ​ທຳ​ເກົ່າ​​ແກ່ສາມາດ​ໃຫ້ການ​ຊ່ວຍ​​ເຫຼືອ​ດ້ານ​​ແນວ​ຄິດ​ແລະ​ວັດທະນະ​ທຳ​ເພື່ອ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ທ່ານ​ວາງຢີ້ກ່າວ​ວ່າ, ​ເກຣັກ​ໄດ້​ນຳ​ໜ້າ​ໃນການ​ສ້າງ "ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ບັນດາປະ​ເທດ​ອະ​ລິ​ຍະ​ທຳ​ເກົ່າ​ແກ່" ​ເຊິ່ງບັນດາ​ຝ່າ​ຍສາມາດ​ສົນທະນາ​ແລະ​​​ເພີ່ມ​ທະວີ​ການແລກປ່ຽນ​ແລະ​ຖອດ​ຖອນ​ບົດຮຽນ​ລະຫວ່າງ​ອະລິ​ຍະ​ທຳທີ່​ແຕກ​ຕ່າງ​ກັນ ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ຂະ​ບວນການ​ອະ​ລິ​ຍະ​ທຳ​ຂອງ​ມວນ​ມະນຸດ; ​ໂດຍ​ການ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເພື່ອ​ບັນລຸ​ການ​ຈະເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ. ທ່າ​ນວາງຢີ້ກ່າວຕື່ມ​ວ່າ, ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ກໍ​ເພື່ອ​ສົ່ງ​ເສີມ​ນ້ຳ​ໃຈ​ເສັ້ນທາງ​ສາຍ​ໄໝ​ທີ່ "ຮ໋ວມມື​ກັນ​ໂດຍ​ສັນຕິ, ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ໂອບອ້ອມ​ອາລີ, ຖອດ​ຖອນ​ບົດຮຽນຮ່ວມ​ກັນ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ", ການ​ສ້າງ "ກອງ​ປະຊຸມ​ເວທີ​ປຶ​ກສາ​ຫາລືບັນດາ​ປະ​ເທ​ດອະລິ​ຍະ​ທຳ​​ເກົ່າ​ແກ່" ​ແລະ ການ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ມີ​ເນື້ອ​ໃນ​ສືບ​ທອດ​ກັນ ​ແລະ​ສາມາດ​ໃຫ້ການ​ສະໜັບສະໜູນ​ແລະ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ແນວ​ຄິດ​ແລະ​ວັດທະນະທຳ​​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ