ຍານ​ອະ​ວະ​ກາດ​ທ່ຽນ​ໂຈ່ວ 1 ທົດ​ລອງ​ "ຕື່ມນ້ຳ​ມັນ" ໃຫ້​ຍານ​ອະ​ວະ​ກາດ​ທ່ຽນ​ກົ່ງ 2
2017-04-24 16:15:38  cri 
    ຕາມ​ຂ່າວ​ສານ​ຈີນ: ສູນ​ຄວບ​ຄຸມ​ການ​ບິ​ນ​ອະ​ວະ​ກາດ​ປັກ​ກິ່ງ​ແຈ້ງ​ໃຫ້​ຊາບ​ວ່າ, ເວ​ລາ 7 ໂມງ 26 ນາ​ທີ​ຂອງວັນ​ທີ 23 ເມ​ສານີ້, ຍານ​ອະ​ວະ​ກາດ​ທ່ຽນ​ໂຈ່ວ 1 ເລີ່ມ​ທົດ​ລອງ​ຕື່ມ​ເຊື້ອ​ເພີງຊຸກ​ດັນ​ໃຫ້​ຍານ​ອະ​ວະ​ກາດ​ທ່ຽນ​ກົ່ງ 2 ເຊິ່ງ​ການ​ທົດ​ລອງ​ດັ່ງ​ກ່າວ​ຈະ​ສືບ​ຕໍ່​ກັນ​ໄປ 5 ມື້ ແລະ​ປັດ​ຈຸ​ບັນ ມີ​ສະ​ພາບ​ດີ. ນີ້​ແມ່ນ​ການ​ທົດ​ລອງ​ໃຫ້​ຍານ​ອະ​ວະ​ກາດ​ຂົນ​ສົ່ງຕື່ມ​ເຊື້ອ​ເພີງ​ຊຸກ​ດັນໃຫ້​ຍານ​ອະ​ວະ​ກາດ​ທ່ຽນ​ກົ່ງ 2 ເປັນ​​ຄັ້ງ​ທຳ​ອິດ ແລະ​ກໍ​ແມ່ນ​ການ​ທົດ​ລອງ​ຄັ້ງ​ທຳ​ອິດ​ຂອງ​ຈີນ.

    ທ່ານ ຊຸ່ນ​ຈູ່ນ ຮອງ​ນັກ​ວິ​ສະ​ວະ​ກອນ​ໃຫຍ່​ຂອງ​ສູນ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ​ປັກ​ກິ່ງ​ໃຫ້​ຮູ້​ວ່າ, ການ​ທົດ​ລອງ​ຕື່ມເຊື້ອ​ເພີງ​ຊຸກ​ດັນ​ຈະ​ດຳ​ເນີນ​ເປັນຫຼາຍ​ໄລ​ຍະ ເຊິ່ງ​ມີ​ທັງ​ໝົດ 29 ຂັ້ນ​ຕອນ. ຍານ​ອະ​ວະ​ກາດ​ທ່ຽນ​ໂຈ່ວ 1 ແລະ​ທ່ຽນ​ກົ່ງ 2 ຕ້ອງ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ໃກ້​ຊິດ. ເພື່ອ​ຮັບ​ປະ​ກັນເຮັດ​ໃຫ້​ການ​ທົດ​ລອງ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ສູນ​ຂອງ​ຕົນ​ໄດ້​ນຳ​ໃຊ້​ເວ​ລາ​ໜຶ່ງ​ປີ​ປາຍ ໂດຍ​ໄດ້​ບຸກ​ທະ​ລຸ​ເຕັກ​ນິກ​ສຳ​ຄັນຫຼາຍ​ຂໍ້​ໃນ​ການ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ.

    ຂ່າວ​ແຈ້ງວ່າ, ວຽກ​ງານ​ຕົ້ນ​ຕໍ​ຂອງ​ສູ​ນ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດໃນ​ມື້​ດັ່ງ​ກ່າວແມ່ນ​ຕັ້ງ​ແລະ​ກວດ​ກາ​ທ່າ​ຂອງ​ສອງ​ຍານ​ດັ່ງ​ກ່າວ ແລະ​ສ້າງ​ລະ​ບົບ​ຕື່ມເຊື້ອ​ເພີງ​ຊຸກ​ດັນ​ຕາມ​ວົງ​ໂຄ​ຈອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ