ຈີນ​​ຫາລື​ກັບ​ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ປະ​ເທດ​ອື່ນໆກ່ຽວ​ກັບ​ການ​ສ້າງ​ບ້ານ​ສາກົນ​​ເທິງດວງ​ຈັນ
2017-04-25 16:37:10  cri 
ຕາມ​ຂ່າວCRI: ວັນ​ທີ 24 ​ເມສາ​ນີ້, ທ່ານ ທຽນ​ຢູ້ຫຼົງ ຫົວໜ້າ​ວິສະວະກອນ​ກົມ​ອຸດສາຫະກຳວິທະຍາສາດ​ເຕັກ​ໂນ​ໂລ​ຊີປ້ອງ​ກັນ​ປະ​ເທດຈີນ​ໄດ້​ໃຫ້​ຮູ້​ຂະນະ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ​ຫ້ອງ​ຮັບ​ແຂກ​ການບິນ​ອະວະກາດ​ຢູ່​ເມືອງ​ຊີ່​ອ່ານ​ແຂວງ​ສ້ານ​ຊີ່​ຈີນ​ວ່າ: ຈີນ​ພວມ​ຮ່ວມ​ກັບປະ​ເທດ​ອື່ນໆ ​ໂດຍ​ສະ​ເພາະ​ແມ່ນອົງການ​ການບິນ​ອະວະກາດ​ເອີຣົບ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ເພື່ອຫາລື​ກ່ຽວ​ກັບ​ການ​ສ້າງ​ບ້ານ​ສາກົນ​​ເທິງດວງ​ຈັນ.

ທ່ານ ທຽນ​ຢູ້ຫຼົງ ກ່າວ​ຕື່ມ​ວ່າ​: ຈີນຈະ​ດຳ​ເນີນ​ໂຄງການ​ສຳ​ຫຼວດດາວ​ອັງຄານ​ໃນ​ປີ 2020, ການ​ສຳ​ຫຼວດ​ຈະ​ສາມາດ​ບັນລຸ​ການ​ສຳ​ຫຼວດ​​ແບບ​ປິ່ນ​ອ້ອມ​ແລະລົງ​ຈອດ​ຢູ່​ໜ້າ​ດາວ​ໄປ​ພ້ອມກັນ, ຂະນະ​ດຽວ​ກັນ​ກໍ​ໄດ້​ວາງ​ແຜນ​ກ່ຽວ​ກັບ​ການ​ບັນລຸ​ການເກັບ​ຕົວຢ່າງ​ດາວ​ອັງຄານແລ້ວ​ກັບ​ຄືນ​ສູ່​ໜ່ວຍ​ໂລກກ່ອນ​ປີ 2030 ​ເພື່ອ​ຊອກ​ຮູ້​ດາວ​ອັງຄານ​​ໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ