ທ່ານ ສີ​ຈິ້ນ​ຜິ​ງ ສົ່ງ​ຈົດໝາຍ​ຊົມ​ເຊີຍ​ໄປ​ຍັງ​ກອງ​ປະຊຸມ​ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ສູງ​ຈີນ-ອາ​ຟຣິກາ​ໃຕ້​ຄັ້ງ​ທຳ​ອິດ
2017-04-25 16:38:13  cri 
ວັນ​ທີ 24 ​ເມສາ​ນີ້, ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດໝາຍ​ຊົມ​ເຊີຍ​​ໄປ​ຍັງກອງ​ປະຊຸມກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ສູງ​ຈີນ-ອາ​ຟຣິກາ​ໃຕ້​ຄັ້ງ​ທຳ​ອິດທີ່ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເປຼ​ໂຕ​ເຣຍຂອງ​ອາ​ຟຣິກາ​ໃຕ້.

ທ່ານ ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນ​ວ່າ: ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ສູງ​ຈີນ-ອາ​ຟຣິກາ​ໃຕ້​ແມ່ນ​ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ສູງ​​ກົນ​ໄກ​ທຳ​ອິດ​ທີ່​ຈີນ​ກັບປະ​ເທດ​ອາ​ຟຣິກາສ້າງ​ຂຶ້ນ,​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ໂຈ​ຮານ​ເນສ​ເບີກ​ຂອງເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່ກ່ຽວຂ້ອງ​ຈະສາມາດ​​ຊຸກຍູ້​ການ​ຮ່ວມມື​ດ້ານ​ສາທາລະນະ​ສຸກ​ລະຫວ່າງ​ຈີນ-ອາ​ຟຣິກາ​ໃຫ້​ເຂົ້າ​ສູ່​ລວງ​ເລິກ,ສ້າງ​ຄວາມ​​ສຸກ​ໃຫ້​ແກ່​ປະຊາຊົນ​ຂອງ​ສອງ​ປະ​ເທດ. ຈີນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ອາ​ຟຣິກາ​ເຊິ່ງລວມທັງ​ອາ​ຟຣິກາ​ໃຕ້,ຮ່ວມ​ມື​ສ້າງ​ຍຸກ​ໃໝ່​​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ ແລະ​ການພັດທະນາ​ຮ່ວມກັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ ຈາ​ໂຄບ ຈູ​ມາ ປະທານາທິບໍດີ​ອາ​ຟຣິກາ​ໃຕ້​ກໍ​ໄດ້​ສົ່ງ​ຈົດໝາຍ​ຊົມ​ເຊີຍ​ໄປ​ຍັງ​ກອງ​ປະຊຸມ,​ເຊື່ອ​ວ່າ​ກົນ​ໄກ​ແລກປ່ຽນ​ຈະ​ຊຸກຍູ້​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ໃຫ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຕັ້ງໜ້າ ພ້ອມ​ທັງ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ