ຂີ້ເຫຍື້ອອະວະກາດ: "ລະເບີດແຕກຊ້າ" ໃນອະວະກາດ (ວິດີໂອ)
2017-04-25 16:52:33  cri 

 

ນັກຊ່ຽວຊານຫຼາຍປະເທດໄດ້ເຕົ້າໂຮມກັນຢູ່ເມືອງດາມສຕັດປະເທດເຢຍລະມັນໃນມໍ່ໆມານີ້, ເພື່ອຮ່ວມກອງປະຊຸມເປັນເວລາ 3 ວັນ ຮ່ວມກັນຄົ້ນຄວ້າພິຈາລະນາແນວທາງແກ້ໄຂບັນຫາຂີ້ເຫຍື້ອອະວະກາດທີ່ນັບມື້ຫຼາຍຂຶ້ນ ເຊິ່ງເປັນໄພຂົ່ມຂູ່ຕໍ່ຄວາມປອດໄພອະວະກາດ. ນັກຊ່ຽວຊານຄາດຄະເນວ່າ, ຈຳນວນຂີ້ເຫຍື້ອອະວະກາດທີ່ປິ່ນອ້ອມໜ່ວຍໂລກເຮົາມີ 1 ແສນອັນຂຶ້ນໄປ ເຊິ່ງຂີ້ເຫຍື້ອເຫຼົ່ານີ້ບໍ່ໄດ້ຢຸດນິ້ງ, ພວກມັນພວມບິນປິ່ນອ້ອມໜ່ວຍໂລກດ້ວຍຄວາມໄວສອງໝື່ນປາຍກິໂລແມັດຕໍ່ຊົ່ວໂມງ. ເຖິງຈະເປັນອັນຂະໜາດນ້ອຍໆກໍຕາມ, ມັນສາມາດທຳລາຍດາວທຽມ ຫຼືຍານອະວະກາດບັນທຸກຄົນໄດ້ ສະນັ້ນ, ພວກມັນຄືກັນກັບ "ລະເບີດແຕກຊ້າ" ໃນອະວະກາດ, ຖ້າຕຳກັບດາວທຽມ ຫຼືຍານອະວະກາດ, ຈະອັນຕະລາຍທີ່ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ