ທະ​ນາ​ຄານ AIIB ຄວນ​ກາຍ​ເປັນ​ເວ​ທີ​ການ​ຮ່ວມ​ມື​ຈີນ-ອາ​ເມ​ລິ​ກາ
2017-04-25 16:33:18  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ ຈິ່ນ​ລີ້​ຊູ​ນ ຜູ້​ວ່າ​ການ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ກ່າວ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 24 ເມ​ສານີ້​ວ່າ, ທະ​ນາ​ຄານ AIIB ບໍ່​ຄວນ​ເປັນ​ຂໍ້​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ແຕ່​ຄວນ​ເປັນ​ເວ​ທີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

    ທ່ານ ຈິ່ນ​ລີ້​ຊຸນ ໄດ້​ກ່າວ​ປາ​ຖະ​ກະ​ຖາ​ຢູ່​ຄະ​ນະ​ກຳ​ມະ​ການ​ອັດ​ລັງ​ຕິກ ເຊິ່ງ​ເປັນ​ອົງ​ການ​ໃຫ້​ຄຳ​ປຶກ​ສາ​ຂອງ​ອາ​ເມ​ລິ​ກາ​ໃນ​ມື້​ດຽວ​ກັນ​ວ່າ, ໃນ​ເວ​ລາ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ສ້າງ​ທະ​ນາ​ຄານ AIIB ​ເທື່ອ​ທຳ​ອິດ, ບຸກ​ຄົນ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ມີ​ຄວາມ​ສົງ​ໄສ​ບໍ່​ໜ້ອຍ​ຕໍ່​ທັດ​ສະ​ນະ​ຄະ​ຕິ​ແລະ​ການ​​ດຳ​ເນີນ​ງານຂອງ​ທະ​ນາ​ຄານ​ດັ່ງ​ກ່າວ. ດ້ວຍ​ເຫດນີ້, ທ່ານ​ຈຶ່ງໄດ້​ໄປ​ທຳ​ນຽບ​ຂາວ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ອົງ​ການ​ໃຫ້​ຄຳ​ປຶກ​ສາ​ຂອງ​ອາ​ເມ​ລິ​ກາ​ເລື້ອຍໆ ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ທະ​ນາ​ຄານ​ດັ່ງ​ກ່າວ ແລະ​ມາ​ຮອດ​ປັດ​ຈຸ​ບັນ, ອາ​ເມ​ລິ​ກາ​ໄດ້​ຮັບ​ຮູ້​ແລ້ວ​ວ່າ, ທະ​ນາ​ຄານ​ດັ່ງ​ກ່າວ​ເປັນ​ທະ​ນາ​ຄານ​ພັດ​ທະ​ນາຫຼາຍ​ຝ່າຍ​ແບບ​ໃໝ່​ທີ່​ສຸມ​ໃສ່​ການ​ລົງ​ທຶນ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ຫາກ​ບໍ່​ແມ່ນ​ທະ​ນາ​ຄານ​ທີ່​​ປະ​ຕິ​ບັດ​ງານ​ໂດຍ​ຈີນພຽງ​ຝ່າຍ​ດຽວ.

    ທ່ານ ຈິ່ນ​ລີ້​ຊຸນ ຊີ້​ໃຫ້​ເຫັນ​ວ່າ, ທະ​ນາ​ຄານ AIIB ຈະ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​​ທີ່​ມີຄຸນ​ຄ່າທີ່​ເປັນ​ແກນ​ກາງ​ຄື ລຽບ​ງ່າຍແລະປອດ​ໃສ​ຂາວ​ສະ​ອາດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພາຍນອກ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ​ແລະ​ໂຄງ​ການ​ເງິນ​ກູ້​ທີ່​ມີ​ຄຸນ​ນະ​ພາບ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ