ສປປ ລາວ​ສ້າງຕັ້ງ​ຫ້ອງ​ທົດ​ລອງ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແຫ່ງ​ທຳ​ອິດ
2017-04-26 16:29:03  cri 
ຫ້ອງ​ທົດ​ລອງ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ປະ​ເທດ​ແຫ່​ງທຳ​ອິດ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ໃນ​ວັນ​ທີ 24 ​ເມສາ​ນີ້ ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຕິດຕາມ​ຄວບ​ຄຸມ​ຄຸນ​ນະພາ​ບ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ທົ່ວ​ປະ​ເທດ.

ໜັງສືພິມ​ວຽງ​ຈັນ​ທາມສ໌ຂອງ​ລາວ​ສະບັບ​ວັນ​ທີ 25 ​ເມສາ​ນີ້​ລາຍ​ງານ​ວ່າ: ທ່ານ​ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ລາວ​ກ່າວ​ໃນ​ພິທີ​ສ້າງ​ຕັ້ງ​ຫ້ອງ​ທົດ​ລອງ​ດັ່ງກ່າວ​ວ່າ: ຫ້ອງ​ທົດ​ລອງ​ໃໝ່ນີ້​ຈະ​​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ຕິດຕາມ​ກວດກາ​ແລະ​ກວດ​ສອບ​ຄວາມ​ປອດ​ໄພ​ດ້ານ​ອາຫານ,ການ​ປ້ອງ​ກັນການແຜ່​ລະບາດຂອງ​ພະຍາດ​ແລະ​ຂົງ​ເຂດ​ອື່ນໆ​ຂອງ​ລາວ. ການ​ຄວບ​ຄຸມ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ລາວ​ໃນ​​ເມື່ອ​ກ່ອນ​ຈຳ​ເປັນ​ຕ້ອງ​​ໄດ້ອາ​ໄສ​ລະບົບ​ສາທາລະນະ​ສຸກ​ຂອງ​ປະ​ເທດ​ໃກ້​ຄຽງ,​ແຕ່​ອາຫານ​ທີ່​ເປັນ​ແຫຼ່ງ​ແຜ່​ລະບາດ​ຂອງພະຍາດ​ກໍ່ມັກ​ເກີດ​ຂຶ້ນ​ເລື້ອຍໆ.

ທ່ານ ບຸນ​ກອງ ກ່າວ​ຕື່ມວ່າ: ຫ້ອງ​ທົດ​ລອງ​ດັ່ງກ່າວ​ມີໜ້າ​ທີ່ກວດ​ສອບ​,ວິ​ເຄາະ​ພະຍາດຈາກອາຫານ ​ແລະ ການ​ກວດກາ​​​ເພື່ອຢັ້ງ​ຢືນ​ອາຫານ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ພ້ອມ​ທັງ​ອາຫານ​ຢູ່​ຕະຫຼາດ​ຂອງ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ