ອູ​ແກຣນຫວັງ​​ລົງ​ເລິກ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ
2017-04-26 16:31:57  cri 
ວັນ​ທີ 25 ​ເມສາ​ນີ້, ທ່ານ ​​ເປ​ໂຕຣ ​ໂປ​ໂຣ​ເຊັນ​ໂຄ ປະທານາທິບໍດີ​ອູ​ແກຣນກ່າວ​ໃນ​ຂະນະ​ທີ່ເຂົ້າ​ຮ່ວມສັບປະດາ​ແລກປ່ຽນ​ວັດທະນະທຳ​ຈີນ-ອູ​ແກຣນ​ວ່າ: ອູ​ແກຣນຫວັງ​ວ່າ​ຈະສາມາດ​ລົງ​ເລິກ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ.

​ທ່ານ​ຊີ້​ໃຫ້​ເຫັນ​ວ່າ: ​ການ​​ແລກປ່ຽນ​ດ້ານ​ວັດທະນະທຳ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ແມ່ນ​ສິ່ງ​ຮັບປະກັນ​ການ​ພັດທະນາ​ຮ່ວມ​ກັນ,ທ່ານ​ຈະ​ສືບ​ຕໍ່​ ​ພະຍາຍາມ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານວັດທະນະທຳ​ແລະ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ຕື່ມ​ອີກ.

ສັບປະດາ​ແລກປ່ຽນ​ວັດທະນະທຳ​ຈີນ-ອູ​ແກຣນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ກຽບຂອງ​ອູ​ແກຣນ​ໃນ​ວັນ​ທີ 24 ​ເມສາ​ນີ້. ພັນ​ລະ​ຍາ​ຂອງ​ທ່ານ​ປະທານາທິບໍດີ​ອູ​ແກຣນ​ໄດ້​ເຂົ້າ​ຮ່ວມ​ພິທີພ້ອມ​ທັງ​ໄດ້​ຊົມ​ງານ​ວາງສະ​ແດງ​ສິລະ​ປະຍຸກ​ປັດ​ຈຸ​ບັນຈີນ.

​​ໂອກາດ​ດຽວ​ກັນ​ນີ້,ຄະນະ​ແລະ​ອົງການ​ວັດທະນະ​ທຳ​ຂອງ​ສອງ​ປະ​ເທດ​ຈະ​ເຊັນ​​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ, ພ້ອມ​ທັງ​ຈັດກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຊາວ​ໜຸ່ມ​ລະຫວ່າງ​ສອງ​ປະ​ເທດ,ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກ່ຽວ​ກັບ​ຢາ​​ແລະ​​ແພດ​ແຜນ​ຈີນ, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຄ້າ​ຈີນ-ອູ​ແກຣນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ