ການປ້ອງກັນ​ແລະຄວບຄຸມພະຍາດສັດຂອງຈີນໄດ້ຮັບຄວາມກ້າວໜ້າຢ່າງຈະແຈ້ງ
2017-04-26 11:24:06  cri 
ຕາມຂ່າວສານຊິນຮວາ: ທ່ານນາງໂມນິກ ເອລອດ ຜູ້ອຳນວຍການໃຫຍ່ອົງການລະບາດ​ວິທະຍາສັດ ໂລກ​ໄດ້​ກ່າວ​ຢູ່​ປັກ​ກິ່ງ​ເມື່ອ​ມໍ່ໆ​ນີ້​ວ່າ,ຄວາມ​ສາມາດ​ຂອງ​ຈີນ​ໃນ​ດ້ານ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ສັດ​ໄດ້​ເພີ່ມທະວີ​ຂຶ້ນ​ເລື້ອຍໆ,ຄວາມ​ໂປ່​ງ​ໃສ​ດ້ານຂໍ້​ມູນ​ຂ່າວສານ​ກໍ​ສູງ​ຂຶ້ນ​ເລື້ອຍໆ.
ທ່ານນາງ​ເອລອດ​ກ່າວ​ຂະນະ​ທີ່​ໃຫ້​ສຳພາດ​ວ່າ,ການ​ຄວບ​ຄຸມພະ​ຍາດ​​ໄຂ້ຫວັດ​ສັດ​ປີກ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ,​ແຕ່​ຈີນ​ມີ​ແຜນການ​ຮອບດ້ານ​ໃນ​ດ້ານ​ປ້ອງ​ກັນ​ແລະ​ຄວບ​ຄຸມ,​ໂດຍ​ສະ​ເພາະ​ແມ່ນ​ການ​ຕິດຕາມ​ຄວບ​ຄຸມ​ຕະຫຼາດສັດ​ປີກ​​ໂດຍ​ໄດ້​ຄວບ​ຄຸມ​ແຫຼ່ງ​ແຜ່​ລະບາດ​ຂອງພະຍາດ​ໄດ້​ດີ​ສົມຄວນ.
ທ່ານ​ຊີ້​ໃຫ້​ເຫັນ​ວ່າ,ຈີນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ພະຍາດ​ສັດສາ​ກົນ,​ເພີ່ມ​ທະວີ​ການ​ລາຍ​ງານ​ຕໍ່​ຕ່າງປະ​ເທດ​ແລະ​ແບ່ງ​​ປັນ​ສະພາບ​ຄວບ​ຄຸມພະ​ຍາ​ດສັດ,ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ຄວບ​ຄຸມ​ຈາກ​ແຫຼ່ງກຳ​ເນີ​ດ,ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ໄຂ້ຍຸງ​ແຜ່​ກະຈາຍ​ຜ່ານ​ຈາກ​ການ​ຄ້າ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ