ລະຄອນ​ໂທລະພາບ​ຈີນ​ເລີ່​ມອອກ​ອາກາດ​ທາງ​ໂທລະພາບ​ລີບັງ
2017-04-26 14:41:53  cri 
ຕາມ​ຂ່າວສານ​ຊິນ​ຮວາ: ສະຖານີ​​ໂທລະພາບ​ແຫ່ງ​ຊາດ​ລີ​ບັງ​​ເລີ່​ມອອກ​ອາກາດ​ລະຄອນ​ຈີນເລື່ອງ "​​ແຮງ​ດົນ​ໃຈ​ທາງ​ຊີວິດ" ​ແຕ່​ວັນ​ທີ 24 ​ເມສາ​ນີ້​ເປັນ​ຕົ້ນ​ໄປ ​ເຊິ່ງ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ການ​​ແລກປ່ຽນ​ກັນ​ດ້ານ​ວັດທະນະທຳ​ຈີນ-ລີ​ບັງ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ລະຄອນ​​​ເລື່ອງ​ນີ້​ມີ 35 ຕອນ, ​ໂທລະພາບ​ແຫ່ງ​ຊາດ​ລີ​ບັງ​ຈະ​ສາຍ​ມື້​ລະ​ຕອນ, ວັນ​ທີ 24 ​ເມສາ​ເລີ່​ມສາຍຕອນ​ທີ​ໜຶ່ງ ​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ລີ​ບັງ. ຂ່າວ​ແຈ້ງ​ອີກ​ວ່າ, ສະຖານີ​ໂທລະພາບ OTV ຂອງ​ລີ​ບັງ​ກໍ​ຈະ​ສາຍ​ລະຄອນ​ໂທລະພາບ​ເລື່ອງ​ນີ້​ເຊັ່ນ​ກັນ.

​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລີ​ບັງ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ "ປະຊາ​ຄົມ​ການ​ຮ່ວມ​ມ່ສາກົນ​ທາງ​ໂທລະພາບ​ເສັ້ນທາງ​ສາຍ​ໄໝ" ​ເຊິ່ງ​ແມ່ນ​ສະຖານີ​ໂທລະພາບສູນ​ກາງ​ຈີນ ຫຼື CCTV ​ແລະ​ບໍລິສັດ​​ໂທລະພາບ​ສາກົນ​ຈີນ​ຮ່ວມ​ກັນລິ​ເລີ່​ມຂຶ້ນ​ໃນ​ປີ 2016 ​ແລະ​ຮ່ວມ​ສ້າງ​ກັບ​ສື່​ຕ່າງໆ​ຫຼາຍ​ປະ​ເທດ​ໃນ​ໂລກ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສະຖານີ​ໂທລະພາບ​ຂອງ​ບັນດາ​ປະ​ເທດ​ລຽບ​ຕາມ​ເສັ້ນທາງ​ສາຍ​ໄໝ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ