CRI ​ແລະ​ອຳນາດ​ການ​ປົກຄອງ​​ເມືອງ​ໄລ​ກາ​ດາ​ຂອງ​ເກຣັກລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ສື່​ມວນ​ຊົນ
2017-04-26 16:35:55  cri 
ຕາມ​ຂ່າວCRI, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ແລະ​ອຳນາດ​ການ​ປົກຄອງ​ເມືອງ​ໄລ​ກາ​ດາປະ​ເທດ​ເກຣັກ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືສື່​ມວນ​ຊົນ​ຢູ່​ນະຄອນຫຼວງ​ອາ​​ແຕນ​ປະ​ເທດ​ເກຣັກ ​ໂດຍ​ໃນ​ສັນຍາ​ໄດ້​ລະບຸ​ວ່າ ສອງ​ຝ່າຍ​ຈະດຳ​ເນີນ​ການ​ຮ່ວມ​ມື​ໃນ​ດ້ານ​ການແລກປ່ຽນ​ລາຍການ, ​ເວັບ​ໄຊ ​ແລະ​​ຮ່ວມ​ກັນ​ເກັບ​ກຳ​ຂ່າວ ​ພ້ອມ​ທັງເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມືຕາມ​ຄວາມ​ປາຖະໜາ​ຂອງ​ສອງ​ຝ່າຍ.

ກ່ອນ​ຈະລົງ​ນາມ​ໃນ​ສັນຍາ, ທ່ານ​ວາງ​ເກິ່ງ​ໜຽນ ຜູ້ອຳນວຍການ​ໃຫຍ່ CRI ໄດ້ພົບປະກັບທ່ານໂກນສຕັນຕີໂນສ໌ ດຣາໂກນໄຕດິສ໌ ເຈົ້າເມືອງເມືອງໄລກາດາ. ໂອກາດນີ້, ທ່ານໂກນສຕັນຕີໂນສ໌ກໍສະແດງຄວາມຂອບໃຈຕໍ່ CRI ທີ່​ໄດ້​ເອົາ​ໃຈ​ໃສ່ນຳ​ການ​ຮ່ວມ​ມື​ກັບ​ເມືອງ​ໄລ​ກາ​ດາ ເພາະການ​ຮ່ວມ​ມື​ຄັ້ງນີ້ມີ​ຄວາມ​ໝາຍ​ສຳຄັນຫຼາຍ​ຕໍ່​ເມືອງ​ຂອງ​ຕົນ ເພາະຈະ​ຊ່ວຍ​ໃຫ້​ປະຊາຊົນໃນ​ເມືອງ​ນີ້ຮັບຮູ້ແລະເຂົ້າ​ໃຈ​ປະ​ເທດ​ຈີນ​ຫຼາຍຂຶ້ນກ​ວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ