ຟິ​ລິບ​ປິນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ຈາກ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ກັບ​ຈີນ​ແລະ​ຣັດ​ເຊຍ​ໃຫ້​ດີ​ຂຶ້ນ
2017-04-26 16:08:08  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ຣາ​ມອນ ໂລ​ເ​ປັ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ຟິ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 25 ເມ​ສານີ້​ວ່າ, ການ​ທີ່​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ຕົນ ຊຸກ​ຍູ້​ປັບ​ປຸງ​ສາຍ​ພົວ​ພັນ​ກັບ​ຈີນ​ແລະ​ຣັດ​ເຊຍ​ໃຫ້​ດີ​ຂຶ້ນນັ້ນ ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ປະ​ເທດ​ຕົນ​ໄດ້​ຮັບ​ຜົນ​ປະ​ໂຫຍດຢ່າງຫຼວງຫຼາຍ.

    ທ່ານ ໂລ​ເ​ປັ​ສ ກ່າວ​ຕື່ມວ່າ, ປັດ​ຈຸ​ບັນ, ຖ້າ​ຜະ​ລິດ​ຕະ​ພັນ​ປະ​ເທດ​ຕົນ​ເກີດ​ບັນ​ຫາ​ມາດ​ຕະ​ຖານ​ແລ້ວ, ຈີນ​ຈະ​ສົ່ງ​ນັກ​ວິ​ຊາ​ການ​ມາກວດ​ສອບ​ໂດຍ​ກົງ ເຊິ່ງ​ບໍ່​ຄື​ເມື່ອ​ກ່ອນ ​ຖ້າ​ເກີດ​ບັນ​ຫາ​ມາດ​ຕະ​ຖານ​ຂຶ້ນ, ຈີນ​ຈະ​ຫ້າມ​ເຂົ້າ​ດ່ານ ແລະ​ຢຸດ​ເຊົາ​ຄຸນ​ວຸດ​ທິ​ຂອງວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ສູ່​ຈີນທັນ​ທີ.

    ທ່ານ ໂລ​ເ​ປັ​ສ​ໃຫ້​ຮູ້​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ສອງ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ຈັດ​ຊື້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ອຸດ​ສາ​ຫະ​ກຳທີ່​ມີ​ມູນ​ຄ່າ 1 ຕື້ 700 ລ້ານ​ໂດ​ລາ​ ແລະ​ເພີ່ມ​ມູນ​ຄ່າ​ສົ່ງ​ອອກ​ສູ່​ຕະຫຼາດ​ຈີນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ