ເປີດສັບປະດາຫຼິ້ນເກມສາກົນແບກແລັງ(ວິດີໂອ)
2017-04-27 18:43:28  cri 

 

ສັບປະດາຫຼິ້ນເກມສາກົນແບກແລັງໄດ້ເລີ່ມຂຶ້ນໃນຫວ່າງມໍ່ໆນີ້, ໃນໄລຍະຈັດງານ, ມີການວາງສະແດງເກມຫຼາຍຢ່າງ ເຊິ່ງລວມທັງເກມປະເພດພະຈົນໄພ, ແບບສະແດງຕົວລະຄອນ ແລະເກມຫຼິ້ນແບບສະບາຍສະບາຍ. ຝ່າຍເຈົ້າພາບແນະນຳວ່າ, ໂດຍຜ່ານຈາກການພັດທະນາມາເປັນເວລາຫຼາຍປີ, ບໍລິສັດທີ່ພັດທະນາເກມຕ່າງໆຈະບໍ່ໄດ້ເນັ້ນໃສ່ພັດທະນາເກມສຳລັບຊາວໜຸ່ມເຍົາວະຊົນເທົ່ານັ້ນ, ທຸກເພດທຸກໄວລ້ວນແຕ່ສາມາດຊອກພົບເກມທີ່ເໝາະສົມກັບຕົນເອງ. ນອກນີ້, ງານວາງສະແດງຍັງມີອຸປະກອນຕ່າງໆສຳລັບການທົດລອງຫຼິ້ນເກມປະເພດຕ່າງໆ, ໃຫ້ຜູ້ຫຼິ້ນເກມສຳຜັດກັບຄວາມມ່ວນຊື່ນ, ບໍ່ວ່າຈະແມ່ນເກມທາງໂທລະສັບມືຖື, ເກມຫຼິ້ນໃນຄອມ, ເກມໃນເຄື່ອງຫຼິ້ນເກມ ຫຼື ເກມ VR, ຈະມີຢ່າງໃດຢ່າງໜຶ່ງເໝາະສຳລັບທ່ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ