ຍົນ​ບໍ່​ມີຄົນ​ຂັບ​ຂອງອາ​ເມ​ລິ​ກາ​ຖິ້ມ​ລະ​ເບີດ​ໃສ່​ປາ​ກິ​ສະຖານ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ
2017-04-28 10:53:26  cri 
ວັນ​ທີ 27 ​ເມສາ​ນີ້, ຍົນ​ບໍ່​ມີ​ຄົນ​ຂັບ​ຂອງອາ​ເມ​ລິ​ກາ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ເປົ້າ​ໝາຍ​ກຸ່ມ​ຕາ​ລີ​ບັນ​ຢູ່​ເຂດ​ກົກ​ເຫຼົ່າວາ​ຈີຣີສະຖານ​ເໜືອ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປະ​ເທດ​ປາ​ກິ​ສະຖານ ​ສົ່ງ​ຜົນ​ເຮັດ 7 ຄົນເສຍ​ຊີວິດ​ເປັນ​ຢ່າງ​ໜ້ອຍ.

ສື່​ມວນ​ຊົນ​ປາ​ກິ​ສະຖານ​ລາຍ​ງານ​ວ່າ: ຕອນ​ບ່າຍ​ວັນ​ທີ 27 ​ເມສາ​ນີ້, ຍົນ​ບໍ່​ມີ​ຄົນ​ຂັບ​ຂອງອາ​ເມ​ລິ​ກາ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີສອງ​ລູກ​ໃສ່ຖານ​ທີ່​ໝັ້ນ​ກຸ່ມ​ປະກອບ​ອາວຸດ​ສອງ​ແຫ່ງ​ຢູ່​ເຂດ​ກົກ​ເຫຼົ່າວາຣີຣີສະຖານ​ເໜືອ ເຮັດ​ໃຫ້​ຖານທີ່​ໝັ້ນ​ສອງ​ແຫ່ງດັ່ງກ່າວ​ຖືກ​ທຳລາຍ​ລ້າງ​ແລະ​ເຮັດ​ໃຫ້​ຜູ້​ບັນຊາ​ການ​ກຸ່ມ​ຕາ​ລີ​ບັນ​ປາ​ກິ​ສະຖານຜູ້​ໜຶ່ງ​ພ້ອມຜູ້ຕິດຕາມ 6 ຄົນ​ທີ່ກຳລັງ​ລວມຢູ່​ຖານທີ່​ໝັ້ນ​ແຫ່ງ​ໜຶ່ງເສຍ​ຊີວິດທັງ​ໝົດ​.

ນັບ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ, ອາ​ເມ​ລິ​ກາ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ປາ​ກິ​ສະຖານ​ດ້ວຍ​ຍົນ​ບໍ່​ມີ​ຄົນ​ຂັບ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຈຳນວນ​ຫຼວງ​ຫຼາຍ​ແລະ​ພາ​ໃຫ້​ປາ​ກິ​ສະຖານ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ ​ໂດຍ​ລັດຖະບານ​ປາ​ກິ​ສະຖານ​ຮຽກຮ້ອງ​ຢ່າງ​​ເຄັ່ງຂຶມ​ຫຼາຍ​ເທື່ອ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ຢຸດການ​ກະທຳ​ທີ່​ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ປາ​ກິ​ສະຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ