ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ສິກຳ​ປະ​ເທດ​ມຽນມາ​ປີ 2016 ​ໄດ້​ສ້າງ​ສະຖິຕິ​ສູ​ງ​ຂຶ້ນເທື່ອ​ໃໝ່
2017-04-28 12:00:13  cri 
ຕົວ​ເລກ​ຫຼ້າສຸດ​ທີ່​ກະຊວງ​ການ​ຄ້າ​ປະ​ເທດ​ມຽນມາ​​ເປີດ​ເຜີຍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ,​ແຕ່​ເດືອນ​ມີນາປີ 2016 ຫາ​ເດືອນ​ມີນາ​ປີ 2017, ການ​ສົ່ງ​ອອກ​ດ້ານ​ກະ​ສິກຳ​ຂອງ​ປະ​ເທດ​ຕົນ​ໃນ​ປີ​ງົບປະມານ​ຜ່ານ​ມາ​ທີ່​ບັນຈົບ​ວາລະ​ໃນ​ເດືອນ​ມີນາ​ໄດ້​ລື່ນ​ກາຍ 2 ຕື້ 930 ລ້ານ​ໂດ​ລາ​ສະຫະລັດ, ຫຼາຍກວ່າ​ໄລຍະ​ດຽວ​ກັນ 315 ລ້ານ​ໂດ​ລາ​ສະຫະລັດ ​ແລະ​ກວມ​ຍອດ​ລາຍ​ຮັບ​ໝົດ​ປີ 25%, ການສົ່ງ​ອອກ​ຜະລິດ​ຕະພັນ​ກຳ​ສິກຳ​ໄດ້​ເພີ່ມ​ຂຶ້ນ 1 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ​ທຽບ​ໃສ່​ໄລຍະ​ດຽວ​ກັນ.
​ເນື່ອງ​ຈາກ​ດິນ​ຟ້າ​ອາກາດ​ບໍ່​ອຳນວຍ,ມຽນມາ​ກຳລັງ​ພະຍາຍາມ​ຊຸກຍູ້​ການ​ຜະລິດ​ກະສິ ກຳ ​​ແລະຍົກ​ລະດັບ​ເຕັກນິກ​ການ​ຜະລິດ​ກຳ​ສິກຳ​ເພື່ອ​ຫຼຸດການ​ອາ​ໄສ​ດິນ​ຟ້າ​ອາກາດ​ແລະຕະຫຼາດຕ່າງປະ​ເທດ​ພ້ອມທັງ​ແກ້​ໄຂ​ບັນຫາ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສູງ​ເພື່ອ​​ເພີ່ມ​ຄວາມ​ສາມາດ​ແຂ່ງຂັນ​ກັບ​ປະ​ເທດ​​ໃນພາກ​ພື້ນ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ