ການ​ຄ້າ​ສິນຄ້າ​ລະຫວ່າງ​ຈີນ​ແລະປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ໄຕ​ມາດ​ທຳ​ອິດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​​ 26%
2017-04-28 12:02:49  cri 
ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ສະພາບ​ການ​ຮ່ວມ​ມື​ໃນ​ດ້ານ​ເສດຖະກິດ​ການ​ຄ້າ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ໄຕ​ມາດ​ທຳ​ອິດ​ເຊິ່ງສະ​ແດ​ງ​ໃຫ້​ເຫັນ​ວ່າ,ຍອດ​ມູນ​ຄ່າ​ການ​ຄ້າ​ສິນຄ້າ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ລຽບຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ໄຕ​ມາດ​ທຳ​ອິດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວລາ​ດຽວກັນ​ຂອງ​ປີ​ກາຍ 20%ຂຶ້ນ​ໄປ​ແລະ​ຈັງຫວະ​ການ​ນຳ​ເຂົ້າ​ກໍ​​ໄວ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ຄື​ເພີ່ມ​ຂຶ້ນ​ຫຼາຍກວ່າ 40%​ເມື່ອ​ທຽບ​ໃສ່​ເວລາ​ດຽວ​ກັນ​ຂອງ​ປີ​ກາຍ.
ທ່ານ​ຊຸນ​ຈີ້​ເວີນ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ,​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້,ຍອດ​ມູນ​ຄ່າ​ການ​ຄ້າ​ສິນຄ້​າລະຫວ່າງ​ຈີນ​ແລະ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ"​ໄດ້​ລື່ນ​ກາຍ 1600 ຕື້​ຢວນ,​ແລະ​ໃນ​ນີ້​ຈີນ​​ໄດ້ສົ່ງ​ອອກ​ໄປປະ​ເທດ​​ເຫຼົ່ານີ້ 900 ຕື້ກວ່າ​ຢວນ​ແລະ​ນຳ​ເຂົ້າ​ຈາກ​ປະ​ເທດ​ເຫຼົ່ານີ້ 700 ຕື້​ກວ່າ​ຢວນ.
ນອກ​ນີ້,ການ​ຮ່ວມ​ມື​ຮັບ​ເໝົາ​ການ​ບໍລິການ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ລຽບຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ກໍ​ໄດ້​ລົງ​ເລິກ​ຕື່ມ​ອີກ.ຂະນະ​ດຽວ​ກັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ເຫຼົ່ານີ້​ກໍ​ສືບ​ຕໍ່​ສູງ​ຂຶ້ນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ