ມາດ​ຕະການ​ຍົກ​ເວັ້ນວີ​ຊາ​ຂອງ​ມາ​ເລ​ເຊຍ​​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ຈາກ​ຈີນ​​ເພີ່ມ​ຂຶ້ນ 74%
2017-04-29 15:21:52  cri 
ຂ່າວ​ຈາກ​ໜັງສືພິມ​ນານ​ຢາງ​ຊຽງ​​ໂປ​ປະ​ເທດ​ມາ​ເລ​ເຊຍລາ​ຍງານ​ວ່າ: ທ່ານ​ອູ​ໄຊ​ດີ ອູ​ດາ​ນິສ ປະທານ​ສະມາຄົມ​ການ​ທ່ອງ​ທ່ຽວ​ເຂົ້າ​ເມືອງ​ປະ​ເທດ​ມາ​ເລ​ເຊຍຫຼື MITA​ໄດ້​ກ່າວ​​ໃນ​ພິທີ​ມອບ​ລາງວັນ​ການ​ແຂ່ງຂັນ​ຜູ້​ຊື້​ງານ​ວາງສະ​ແດງ​ການທ່ອງທ່ຽວ​ເຂົ້າ​ເມືອງ​ປະ​ເທດ​ມາ​ເລ​ເຊຍ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ,ປັດຈຸບັນ ການທ່ອງທ່ຽວ​ເຂົ້າ​ເມືອງ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ໂດຍ​ສະ​ເພາະ​ແມ່ນ​ຫຼັງລັດຖະບານ​ປະ​ເທດ​ຕົນ​ປະຕິບັດ​ມາດ​ຕະການ​ຍົກ​ເວັ້ນວີ​ຊາ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ເດືອນ​ມີນາຜ່ານ​ມາ,​ເຮັດ​ໃຫ້ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ເພີ່ມ​ຂຶ້ນ​ປະມານ 74%.
ທ່ານ​ອູ​ໄຊ​ດີ​ກ່າວ​ວ່າ,ປັດຈຸບັນ ບໍລິສັດ​ທ່ອງ​ທ່ຽວ​ສ່ວນ​ຫຼາຍຂອງ​ປະ​ເທດ​ຕົນ​ໄດ້​ສຸມ​​ໃສ່​ການ​​ໂຄສະນາ​ຈຳໜ່າຍ​ຜະລິດ​ຕະພັນ​ໄປ​ທ່ອງທ່ຽວຕ່າງປະ​ເທດ​ໃຫ້​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕົນ,​ແຕ່​ຂະນະ​ດຽວ​ກັນ​ກໍ​ຕ້ອງ​ໂຄສະນາ​​ໃຫ້ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ອື່ນ​ເຂົ້າ​ມາ​ທ່ຽວ​ປະ​ເທດ​ຕົນ​ເຊັ່ນດຽວ​ກັນ​ເປັນ​ຕົ້ນ​ຈີນ​ແລະອິນ​ໂດ​ເນ​ເຊຍ​. MITA ຈັດ​ງານ​ວາງສະ​ແດງທ່ອງ​ທ່ຽວ​ເຂົ້າ​ເມືອງ​ຄັ້ງ​ທຳ​ອິດ​ກໍ​ເພື່ອ​ເຊື້ອ​ເຊີນ​ບໍລິສັດ​ທ່ອງ​ທ່ຽວ 300 ​ແຫ່ງ​ແລະ​ບໍລິສັດ​ສະໜອງ​ການທ່ອງທ່ຽວ 100 ​ແຫ່ງ​ທົ່ວ​ປະ​ເທດ​ມາ​ເຂົ້າ​ຮ່ວມ​ເພື່ອ​​ແຂ່ງຂັນ​ລາຄາ​ໃນ​ສັນຍາ​ທີ່​ດີ​ທີ່​ສຸດ​ໃນ​ປີ 2017 ​ແລະ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ