"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມີ​ຄວາມ​ໝາຍ​ສຳ​ຄັນເລິກ​ເຊິ່ງແລະ​ຍາວ​ໄກ​ຕໍ່​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ຂອງ ສ​ປ​ຊ
2017-04-28 16:34:20  cri 
    ຫວ່າງມໍ່ໆ​ມານີ້, ທ່ານ ລີ​ຢົງ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ສະ​ຫະ​ປ​ະ​ຊາ​ຊາດ ໃຫ້​ສຳ​ພາດ​ໃນ​ໂອ​ກາດ​ຈັດ​ງານ​ວາງ​ສະ​ແດງ​ອຸດ​ສາ​ຫະ​ກຳ​ຮານ​ໂນ​ເວີ​ເຢຍ​ລະ​ມັນ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມີ​ຄວາມ​ໝາຍສຳ​ຄັນ​ເລິກ​ເຊິ່ງແລະ​ຍາວ​ໄກ​ຕໍ່​ການ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

    ທ່ານ ລີ​ຢົງ ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ມີ​ຄວາມ​ໝາຍ​ຕົວ​ຈິງ​ທີ່​ເຊື່ອມ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ດ້ວຍ​ທາງ​ທະ​ເລ​ແລະ​ທາງ​ບົກ, ເຊິ່ງ​ສ​າ​ມາດ​ຊັກ​ນຳ​ການ​ພັດ​ທະ​ນາ​ການ​ຄ້າ​ຂອງ​ໂລກ, ແກ້​ໄຂ​ຜົນ​ກະ​ທົບ​ທາງ​ລົບ​ຈຳ​ນວນ​ໜຶ່ງ​ຈາກວິ​ກິດ​ການ​ການ​ທະ​ນາ​ຄານ​ຂອງ​ໂລກ ແລະ​ສ້າງ​ເສັ້ນ​ທາງ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ.

    ທ່ານ ລີ​ຢົງ ຍັງ​ຊີ້​ໃຫ້​ເຫັນ​ວ່າ, ຈຸດ​ປ​ະ​ສົງ​ຕົ້ນ​ຕໍ​ຂອງວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາດ ກໍ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ເຊິ່ງວິ​ທີ​ທີ່​ບັງ​ເກີດ​ຜົນ​ທີ່​ສຸດ​ກໍ​ແມ່ນ​ພັດ​ທະ​ນາ​ເສດ​ຖະ​ກິດ. ໃນ​ຂະ​ບວນ​ການ​ດັ່ງ​ກ່າວ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ທີ່​ສະ​ໜັບ​ສະ​ໜູນ​ສະ​ຫະ​ປະ​ຊາ​ຊາດ​ໃນ​ການ​ປະ​ຕິ​ບັດ​ວາ​ລະ​ດັ່ງ​ກ່າວ​ຢ່າງ​ຕັ້ງ​ໜ້າ ແລະ​ໄດ້​ສະ​ໜອງ​ກຳ​ລັງ​ຊຸກ​ດັນ​ທີ່​ແຂງ​ແຮງ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ