ອາ​ຊຽນສະໜັບສະໜູນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຂອງ​ຟິລິບ​ປິນ
2017-05-02 16:20:23  cri 

ໜັງສືພິມ "​ເດີ​ຟິລິບ​ປິນສະ​ຕ້າ" ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ​ເຈົ້າໜ້າ​ທີ່​ປະ​ເທດ​ຕົນ ​ໄດ້​ຢືນຢັນ​ໃນ​ພິທີ​ຖະ​ແຫຼງຂ່າວ​ວ່າ: ​ເນື່ອງ​ຈາກ​ວ່າ​ປີ​ນີ້ປະ​ເທດ​ຕົນ​ເປັນ​ປະ​ທານ​ໝູນວຽນ​​ອາ​ຊຽນ ​ແລະ​ລັດຖະບານ​ໄດ້​ຕັ້ງໜ້າ​ຊຸກຍູ້​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ຈຶ່ງ​ເຮັດ​ໃຫ້​ປະ​ເທດ​ຕົນ​ກາຍ​ເປັນ​ໃຈກາງ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​​ໃນ​ພາກ​ພື້ນ​ອາ​ຊຽນ. ຂະນະ​ທີ່​​ແຜນການ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ 3 ປີ​ຂອງລັດຖະບານ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ແລະ​ການ​ລົງທຶນ​ຈາກ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ.

ທ່ານ​ອາ​ເທີ ຕູ​ກາ​ເດ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຟິລິບ​ປິນ ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ຈະ​ຮ່ວມ​ມື​​ດ້ານ​ການບິນ​ພົນລະ​ເຮືອນ ​ແລະ ລະບົບ​ການ​ຄົມມະນາຄົມ​​ໃນ​ຕົວ​ເມືອງຂອງ​ປະ​ເທດ​ຕົນ. ຂະນະ​ທີ່​​ເຈົ້າໜ້າ​ທີ່​ຂັ້ນສູງ​ອີກທ່ານໜຶ່ງ ກໍ​ຢືນຢັນ​ວ່າ: ມາ​ເລ​ເຊຍ ​ແລະ ສິງກະ​ໂປ ​​ສົນ​ໃຈ​ຕໍ່​ໂຄງການ​ພັດທະນາ​ເມືອງ​ໃໝ່​​ເມືອງ​ຄລາກ​ ປະ​ເທດ​ຕົນ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ