ປິດ​ງານສະ​ແດງ​ການບິນ​ເຈີ້​ງ​ໂຈ່​ວ 2017
2017-05-02 16:26:49  cri 


ວັນ​ທີ 1 ພຶດສະພາ​ນີ້, ຢູ່​ເມືອງ​ເຈີ້​ງ​ໂຈ່​ວ​​ແຂວງ​ເຮີ​ນານ​ ສປ ​ຈີນ, ຈຸ​ນັກບິນ​ພວມ​ສະ​ແດງການບິນ​ຢູ່​ເທິງ​ທ້ອງຟ້າເພື່ອ​ເປັນ​ສັນຍະລັກ​ຂອງການ​ປິດ​ງານຄັ້ງ​ນີ້. ​ໃນ​ມື້​ດຽວ​ກັນ, ງານ​ສະ​ແດງ​ການບິນ​ເຈີ້​ງ​ໂຈ່​ວປີ 2017 ​ແລະ ພິທີ​ມອບ​ລາງວັນ​ປະຈຳ​ປີ​ສຳລັບ​ເຕັກນິກ​ການບິນ​ພິ​ເສດ​ຂອງ​ໜ່ວຍ​ການບິນ​​ໂລກ​ທີ່​ໄດ້​ດຳ​ເນີ​ນ​ເປັນ​ເວລາ 5 ວັນ​ໄດ້​ສິ້ນ​ສຸດ​​ຢ່າງ​ເປັນ​ທາງ​ການ. ​​ເຈົ້າພາບ​ຈັດ​ງານ​ເປີດ​ເຜີຍວ່າ: ​ໃນ​​ໄລຍະ​ການສະ​ແດງ​ການບິນ​ໄດ້​ຕ້ອນຮັບ​ຜູ້​ຊົມ​ເກືອບ 3 ​ແສນ​ຄົນ, ຍົນ​ທີ່​ເຂົ້າ​ຮ່ວມ​ງານ​ມີ 158 ລຳ. ຂະນະ​ດຽວ​ກັນ​ກໍ​ໄດ້​ເຊັນ​ສັນຍາ 32 ​ໂຄງການ ເຊິ່ງມີ​ມູນ​ຄ່າ​ເຖິງ 28 ຕື້​ຢວນ.
1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ