ປະທານາທິບໍດີ​ຟີ​ລິບ​ປິນຢ້ຽມຊົມ​ກຳ​ປັ່ນ​ສາງ​ຊຸ່ນຂອງ​ກອງທັບ​ເຮືອ​ຈີນ
2017-05-02 10:23:04  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​​ໂຣດຣິ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ນຳພາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ເຈົ້າ​ໜ້າ​ທີ່​ທະຫານປະ​ເທດ​ຕົນຢ້ຽມຊົມ​ກຳ​ປັ່ນ​ສາງ​ຊຸ່ນ ຂອງ​ກອງ​ທັບ​ເຮືອ​ຈີນ​ໃນ​ໂອກາ​ດຢ້ຽມຢາມສັນຖະວະ​ໄມຕີ​ເມືອງ​ດາ​ວາວ ​ໃນ​ຕອນ​ບ່າຍ​ວັນ​ທີ 1 ພຶດສະພາ​ນີ້.

ທ່ານດູ​ເຕີ​ເຕກ່າວ​ຢູ່ກຳ​ປັ່ນ​​ສາງ​ຊຸ່ນວ່າ, ຂ້າພະ​ເຈົ້າ​ຂອບ​ໃຈ​​ລັດຖະບານ​ຈີນ​ທີ່​ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ມາ​ຢ້ຽມຢາມ​ຟີ​ລິບ​ປິນ ​ເຊິ່ງຜ່ານ​ມາ​ເຄີຍ​ໄດ້​ເຫັນ​ກຳ​ປັ່ນ​ຂອງ​ຫຼາຍ​ປະ​ເທດ, ​ແຕ່​ປັດຈຸບັນກໍ​ໄດ້​ເຫັນ​ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ ​ເຊິ່ງ​ແມ່ນ​ກຳ​ປັ່ນ​​ດີ​ທີ່​ສຸດ​ລຳ​ໜຶ່ງ, ມີ​ຄວາມປອດ​ໄພ, ສະອາດ ​ແລະ​ງາ​ມທີ່​ສຸດ. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ນາຍ​ແລະ​ພົນທະ​ຫານ​ເຮືອ​ຈີນ ​ແລະ​ຫວັງ​ວ່າ​ກຳ​ປັ່ນ​ຮົບ​ຈີນ​ຈະ​ມີ​ໂອກາດ​ມາ​ຢ້ຽມຢາມ​ຟີ​ລິບ​ປິ​ນອີກ. ກອງທັບ​ເຮືອ​ສອງ​ປະ​ເທດ​ຈີນ-ຟີ​ລິບ​ປິນສາມາດ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ ​ແລະ​ພວກ​ຂ້າພະ​ເຈົ້າ​ກໍ​ຄອງ​ຄອຍ​ແລະ​ຮູ້ສຶກ​ເປັນ​ກຽດ​ທີ່​ສຸດ​ທີ່​ຈະ​ສາມາດ​ເດີນ​ເຮືອ​ນຳ​ພວກທ່ານ​ເພື່ອມິດຕະພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ