ສິບ​ສອງ​ພັ່ນ​ນາເປີດ​ເສັ້ນທາງ​ທ່ອງ​ທ່ຽວ​ທາງບົກ​ແລະ​ທາງ​ນ້ຳ 4 ປະ​ເທດ
2017-05-02 10:54:54  cri 
ຕາມ​ຂ່າວສານ​ຈີນ: ພິທີ​ເປີດ​ເສັ້ນທາງ​ທ່ອງ​ທ່ຽວ​ສາກົນ​ສາມຫຼ່ຽມ​ຄຳ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ແລະທາງ​ຫຼວງ​ຄຸນ​ມິ​ງ-ບາງກອກ​ໄດ້ຈັດຂຶ້ນ​ຢູ່​ທ່າ​ກ່ວນ​ເຫຼີ​ຍ​ສິບ​ສອງ​ພັ່ນ​ນາ​ໃນ​ວັນ​ທີ 1 ພຶດສະພາ​ນີ້ ​ໂດຍນັກ​ທ່ອງ​ທ່ຽວ 200 ກວ່າ​ຄົນຈາກ​ທົ່ວ​ປະ​ເທດ​ຈີນ​ຈະ​ເລີ່​ມທ່ອງທ່ຽວ​ໄທ, ມຽນມາ, ລາວ ​ແລະ​ສິບ​ສອງ​ພັ່ນ​ນາ​ທີ່​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງ ​ເຊິ່ງການ​ເປີດ​ເສັ້ນທາງ​ທ່ອງ​ທ່ຽວ​ດັ່ງກ່າວ​ເປັນ​ການ​ເປີດ​ຮູບ​ແບບການທ່ອງທ່ຽວ​ໃໝ່​ຂອງ​ແຂວງ​ຢຸນນານ.

ຄຽງ​ຄູ່​ກັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ລິ​ເລີ່​ມການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ການທ່ອງທ່ຽວ​ຂ້າ​ມຊາຍ​ແດນ​ຈີນ-ລາວ ​ແລະ​ການທ່ອງທ່ຽວ​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງ​ໄດ້​ກາຍ​ເປັນ​ທິດ​ທາງ​ ​ແລະ​ຈຸດ​ເດັ່ນ​ໃໝ່​ໃນ​ການທ່ອງທ່ຽວ​ຂອງ​ແຂວງ​ຢຸນນານ. ທ່ານ​ສິນ​ຈຸ່ງ​ໂໝ ຫົວໜ້າ​ຫ້ອງການ​ການ​ທະ​ເລ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ກ່າວ​ວ່າ, ພາຍຫຼັງ​ໄດ້​ລົງ​ນາມ​ໃນ​ສັນຍາ​ເດີນ​ເຮືອ  ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ລະຫວ່າງ 4 ປະ​ເທດ ຈີນ, ລາວ, ມຽນມາ ​ແລະ​ໄທ​ເມື່ອ​ປີ 2000 ​ແລະ​ເລີ່​ມ​ເດີນ​ເຮືອ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2001 ​ເປັນ​ຕົ້ນມາ​, ການ​ເດີນ​ເຮືອ​ສາກົນ​ຈາກການ​ບໍ່​ມີ​ກໍ​ໄດ້​ເກີດ​ຂຶ້ນ, ຈາກ​ໜ້ອຍ​ຫາ​ຫຼາຍ ​ເຊິ່ງ​ໄດ້​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເຂດ​ລຽບ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ. ຄຽງ​ຄູ່​ກັບ​ການ​ປະຕິບັດ​​ໂຄງການ​ປັບ​ປຸງ​ທາງ​ເດີນ​ເຮືອ 4 ຂັ້ນ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ ​ແລະ​ການ​ປະຕິບັດ​ໂຄງການ​ປັບປຸງ​ທາງ​ເດີນ​ເຮືອ​ໄລຍະ​ທີ​ສອງ​ຢູ່​ຕາມ​ແມ່​ນ້ຳຂອງ, ການ​ພັດທະນາ​ການ​ເດີນ​ເຮືອ​ສາກົນ​ກໍ​ຈະ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ