ຮົງ​ກົງ​ແລະ​ໄທ​ຊຸກຍູ້​ການ​ຮ່ວມ​ມື​ທຸລະ​ກິດ​ລະຫວ່າງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍທາງ​ອິນ​ເຕີ​ເນັດ
2017-05-02 16:16:41  cri 
ທ່ານ​ອຸດຕະມະ ຊະວະ​ນາ​ຢານາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ໄທ​​ເປີດ​ເຜີຍ​ເມື່ອ​ມໍ່ໆ​ນີ້​ວ່າ, ​ໄທ​ຈະ​ຮ່ວມ​ກັບ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ຊຸກຍູ້​ການ​ຮ່ວມ​ມື​ທຸລະ​ກິດ​​ລະຫວ່າງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍທາງ​ອິນ​ເຕີ​ເນັດ.

ທ່ານ​ອຸດຕະມະ​ກ່າວ​ວ່າ, ຂະນະ​ທີ່​ເດີນທາງ​ຮ່ວມ​ໃນ​ຄະນະ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ສົມ​ຄິດຢ້ຽມຢາມ​ຮົງ​ກົງ​ນັ້ນ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຍົກ​ຄວາມ​ສາມາດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ແລະ​ຄວາມ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາ ​ໂດຍ​ສະ​ເພາະ​​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ການ​ອາຫານ​ແລະ​ເຄື່ອງ​ດື່ມ, ​ເຄື່ອງ​ປະດັບ, ຜະລິດ​ຕະພັນ​ເຄື່ອງ​ແຟຊັນ, ​ເຄື່ອງ​ໃຊ້​ໃນ​ເຮືອນ ​ແລະ​ອື່ນໆ. ທັງ​ນີ້​ຕາມຈຸດປະສົງ​​ໃນ​ການ​ຮ່ວມ​ມື​​ເບື້ອງ​ຕົ້ນຄັ້ງ​ນີ້​ນັ້ນ​ໄດ້ໃຫ້​ໄທ​ເລືອກ​ເອົາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ 200 ​ແຫ່ງ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ເທື່ອ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ໄທ​ສາມາດ​ນຳ​ໃຊ້​ຮົງ​ກົງ​ ທີ່​ເປັນ​ປ່ອງຢ້ຽມ​ໂລກ ​ເພື່ອ​ບຸກ​ເບີກ​ຕະຫຼາດ​ໃຫ້​ກວ້າງຂວາງ​ກວ່າ​ເກົ່າ, ສ່ວນ​ຮົງ​ກົງ​ຈະ​ນຳ​ໃຊ້​ໄທ ບຸກ​ເຂົ້າ​ຕະຫຼາດ​ກຳປູ​​ເຈຍ, ລາວ, ມຽນມາ ​ແລະ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ