ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳເຊີນ​ນາ​ຍົກ​ໄທ​ຢ້ຽມ​ຢາມອາ​ເມ​ລິ​ກາ
2017-05-02 16:20:42  cri 
    ຮອງ​ໂຄ​ສົກ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ກ່າວ​ໃນການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 1 ພຶດ​ສະ​ພານີ້​ວ່າ, ປະ​ເທດ​ຕົນ​ຈະ​ຕິດ​ຕໍ່​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ຢ່າງ​ໃກ້​ຊິດ ແລະ​ຈະ​ເລືອກເວ​ລາ​ທີ່​ເໝາະ​ສົມ​ເພື່ອ​ໃຫ້​ທ່ານ​ ປ​ຣະ​ຍຸດ ຈັນ​ໂອ​ຊາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ.

    ຕອນ​ຄ່ຳ​ວັນ​ທີ 30 ເມ​ສາຜ່ານ​ມາ, ທ່ານ ປ​ຣະ​ຍຸດ ຈັນ​ໂອ​ຊາ ໄດ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມິ​ກາ​ຜ່ານ​ທາງ​ໂທ​ລະ​ສັບ ໂດຍ​ທ່ານ ທ​ຣຳ ໄດ້​ເຊີນ​ທ່ານ ປ​ຣະ​ຍຸດ​ ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຢ່າງ​ເລິກ​ເຊິ່ງ.

    ນັບ​ແຕ່​ເຈົ້າ​ໜ້າ​ທີ່​ທະ​ຫານ​ໄທບໍ​ລິ​ຫານ​ປະ​ເທດ​ເມື່ອ​ເດືອນ​ພຶດ​ສະ​ພາ​ປີ 2014 ເປັນ​ຕົ້ນ​ມາ ​ແລະຜ່ານ​ມາ​ເກືອບ 3 ປີ​ແລ້ວ, ຜູ້​ນຳ​ອາ​ເມ​ລິ​ກາກໍ​ບໍ່​ເຄີຍ​ເຊີນ​ຜູ້​ນຳ​ໄທ​ໄປ​ຢ້ຽມ​ຢາມ​ຈັກ​ເທື່ອ. ​ແນ​ວ​ໃດ​ກໍ​ດີ ສື່ມວນ​ຊົນ​ໄດ້ວິ​ເຄາະ​ວ່າ, ​ລັດ​ຖະ​ບານ​ທະ​ຫານ​​ໄທ​ຈະ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫຼັງ​ຈາກ​ທ່ານ ທ​ຣຳ ຂຶ້ນ​ກຳ​ອຳ​ນາດ​ແລ້ວ ມີ​ເຈ​ຕະ​ນາ​ປັບ​ປຸງ​ການ​ພົວ​ພັນໃນ​ຖາ​ນະ​ເປັນ​ພັນ​ທະ​ມິດ​ດ້ານ​ການ​ທະ​ຫານ​ກັບ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ