ສຳ​ເລັດກິດຈະກຳ "ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ CRI ​ໄປ​ເກັບ​ກຳ​ຂ່າວ​ຢູ່​ແຂວງ​ສາ​ນຊີ່" 2017
2017-05-03 15:23:54  cri 

ໃນ​ວັນ​ທີ 29 ​ເມສາ​ຜ່ານ​ມາ, ກິດຈະກຳ "ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ CRI ​ໄປ​ເກັບ​ກຳ​ຂ່າວ​ຢູ່​ແຂວງ​ສາ​ນຊີ່" ​ໃນ​ຫົວ​ຂໍ້ "​ເປັນ​ພິຍານ​ໃຫ້​ແຂວງ​ສານ​ຊີ່ ​ກ້າວ​ທັນ​ແລະ​ກ້າວ​ລ້ຳຍຸກ" ທີ່​ດຳ​ເນີນ​ເປັນ​ເວລາ 7 ວັນນັ້ນ ​ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບງາມ​ ​ໂດຍ​ນັກ​ຂ່າວ​ 20 ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ແລະ​ນັກ​ຂ່າວ​ຂັ້ນ​ສູນ​ກາງ ​ແລະ ​ແຂວງ​ສານ​ຊີ່ ​ໄດ້ທັດສະນະ​ສຶກສາ​ຢູ່ເມືອງ​ຊີ່​ອ່ານ -"​ເມືອງ​ແຫ່ງ​ວັດທະນາ​ຖາວອນ", ​ເມືອງ​ປາວ​ຈີ່ -"​​ແຫຼ່ງກຳ​ເນີ​ດ​ຂອງວັດຖຸ​ທອງສຳລິດ" ​ແລະ ​ເມືອງ​ສຽນ​ຢາງ -"​ເມືອງຫຼວງ​ເກົ່າ​ສະ​ໄໝ​ລາຊະວົງ​ສິນ" ​​​ເພື່ອ​ສ່ອງ​ແສງໃຫ້​ເຫັນ​ເຖິງ​ໂສມ​ໜ້າ​ໃໝ່​ຂອງ​ແຂວງ​ສານ​ຊີ່ ທີ່ "ກົມ​ກືນລະຫວ່າງ​ປະຫວັດສາດ​ແລະ​ຍຸກ​ປັດຈຸບັນ ກໍ​ຄືກ​ານປະສົມ​ປະສານ​ກັນ​​ລະຫວ່າງ​ມູນ​ເຊື້ອ​ແລະ​ແຟຊັນທີ່​ງົດ​ງາມ".

ກິດຈະກຳ​ເທື່ອ​ນີ້​​ໄດ້ຈັດຂຶ້ນ​ໂດຍຫ້ອງການ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ​ແລະ ຂໍ້​ມູນ​ຂ່າວສານ ​ຄະນະ​ພັກແຂວງ, ຫ້ອງການ​ໂຄສະນາ​ຕໍ່​ຕ່າງປະ​ເທດ​ຄະນະ​ພັກ​ແຂວງ​ສານ​ຊີ່ ​ແລະ CRI ອອນ​ລາຍ ​ໂດຍ​ມີ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ 20 ພາສາ ທີ່​ເຮັດ​ວຽກ​ຢູ່ CRI ພ້ອມ​ດ້ວຍ​ນັກ​ຂ່າວຈາກ​ສູນ​ກາງ ​ແລະ ສື່​ມວນ​ຊົນ​ແຂວງ​ສານ​ຊີ່​ 70 ທ່ານເຂົ້າຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ