"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ຂໍ້​ລິ​ເລີ່​ມທີ່​ຍິ່ງ​ໃຫຍ່
2017-05-03 14:41:09  cri 
ທ່ານ​ກິນ​ມາວ​ລິ​ນ ​ເລຂາທິການ​ໃຫຍ່​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ແລະ​ບັນຫາ​ສາກົນ​ມຽນມາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ມໍ່ໆ​ນີ້​ວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ຂໍ້​ລິ​ເລີ່​ມທີ່​ຍິ່ງ​ໃຫຍ່, ມີ​ແຕ່​ຮ່ວມ​ມື​ກັນ​ຈິ່ງ​ມີ​ຜົນ​ປະ​ໂຫຍ​ດ ​ແລະຖ້າ​ບໍ່​ເຂົ້າ​ຮ່ວມ, ກໍ​ຈະປະສົບ​ຄວາມ​ເສຍ​ຫາຍຕາມ​ມາ.

ທ່ານ​ກິນ​ມາວ​ລິນ​ກ່າວຕໍ່​ການ​ພັດທະນາ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃນ​ອະນາຄົດ ດ້ວຍ​ແງ່​ດີວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ການ​ຄ້າ​ລະຫວ່າງ​ປະ​ເທດ​ ​ເຊິ່ງຈະ​ເປັນ​ການ​ປະກອບສ່ວນ​ຕໍ່​ເສດຖະກິດ​ໂລກ ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ. ຈາກ​ນີ້ ລັດຖະບານ​ມຽນມາຈິ່ງສະ​ໜັບສະ​ໜູນ​ແລະ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ ​ເພື່ອ​ເປັນ​ຊ່ອງ​ທາງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕົນ​ກັບປະ​ເທດ​ອື່ນ ອັນ​ຈະ​ເຮັດ​ໃຫ້ການ​ຄ້າ, ການ​ລົງທຶນ ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄ​ງລ່າງ​ຂອງ​ປະ​ເທດ​ຕົນ​ມີ​ໂອກາດ​​ໄດ້​ຮັບ​ການພັດທະນາ​ຫຼາຍ​ກວ່າ​ເກົ່າ. ທ່ານ​ກິນ​ມາວ​ລິນ​ກ່າວຕື່ມ​ວ່າ, ປັດຈຸບັນ, ການ​ເຊື່ອມ​ຕໍ່​ກັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ສຳລັບ​ມຽນມາ​​ແລ້ວ ແມ່ນ​ການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ ​ ​ແຕ່​ຈະ​ເຊື່ອມ​ຕໍ່​ແນວ​ໃດ​ຍັງ​ຕ້ອງ​​ຄົ້ນຄວ້າ​ຫຼາຍບັນຫາ​ຕື່ມ​ອີກ, ຂະນະ​ດຽວ​ກັນ ມຽນມາ​ຍິນ​ດີ​ຕ້ອນຮັບນັກທຸລະກິດ​ປະ​ເທດຕ່າງໆ​ເຂົ້າ​ມາ​ລົງທຶນ​ຢູ່​ມຽນມາ​ຢ່າງຍຸດຕິ​ທຳ, ຂະນະ​ທີ່​ຈີນ​ກໍ​ມີ​ຫຼາຍ​ວິ​ສາ​ຫະກິດ​ທີ່​ດີ ​ເຊິ່ງຖ້າ​​ເຂົ້າ​ມາ​ລົງທຶນ​ສ້າງ​ມຽນມາ​ຢ່າງ​ຍຸດຕິ​ທຳ, ພວກ​ເຮົາ​ກໍ​ຍິນ​ດີ​ຕ້ອນຮັບສະ​ເໝີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ