C919 ຍົນ​ໂດຍສານ​ຂະໜາດ​ໃຫຍ່​ທີ່​ຈີນ​ຜະລິດ​ເອງ​ຈະ​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 5 ພຶດສະພາ
2017-05-03 15:48:33  cri 
ຕາມຂ່າວCRI: ບໍລິສັດຊ່າງເຟີຍຈີນເປີດເຜີຍໃນວັນທີ 3 ພຶດສະພານີ້ວ່າ, ຫຼັງ​ຈາກພິຈາລະນາຈາກປັດໄຈຕ່າງໆ​ແລ້ວ​ຈິ່ງ​ເຫັນ​ວ່າ, C919 ຍົນ​ໂດຍສານ​ຂະໜາດ​ໃຫຍ່​ທີ່​ຈີນ​ຜະລິດ​ເອງຈະ​ທົດ​ລອງ​ບິນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ສະໜາມ​ບິນ​ສາກົນ​ຜູ​ຕຸ່ງນະຄອນ​ຊຽງ​ໄຮ້​ໃນ​ວັນ​ທີ 5 ພຶດສະພາ​ນີ້, ​ແຕ່ຖ້າ​ສະພາບ​ດິນ​ຟ້າ​ອາກາດ​ບໍ່ອຳນວຍ, ກໍ​ຈຈຳ​ເປັນ​ຕ້ອງຈະ​ເລື່ອນ​​ເວລາ.

​​ເພື່ອ​ເຈາະ​ຕະຫຼາດ​ຂົນ​ສົ່ງ​ການບິນ​ທົ່ວ​ໄປ ຄື ຍົນ​ໂດຍສານຂະ​ນາດ​ບັນຈຸ 150 ບ່ອນ​ນັ່ງນັ້ນ, C919 ​ຈິ່ງເປັນ​ຍົນ​ໂດຍສານ​ທີ່​ບໍລິການ​ສາຍການບິນ​​ຫຼັກ​ທີ່​ຄົ້ນຄວ້າ​ຜະລິດ​ຕາມ​ມາດຖານ​ສາກົນ ​ແລະ​ມາດຖານ​ທຸລະ​ກິດ​ໃນ​ຕະຫຼາດ​ການບິນ​ສາກົນ ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຕະຫຼາດ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ. ປັດຈຸບັນ, C919 ມີ​ລູກ​ຄ້າ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ 23 ​ແຫ່ງ ​ລວມທັງ​ບໍລິສັດ​ການບິນສາກົນ​ຈີນ ຫຼື AIR CHINA ​ແລະ​ໄດ້​ຮັບ​ການສັ່ງ​ຈອງ​​ແລ້ວ 570 ລຳ ​ລວມທັງ​ລູກ​ຄ້າ​ສາກົນ ​ເຊັ່ນ ບໍລິສັດ GECAS ຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ