ຕາມຂ່າວ CRI: ກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ທີ່ຈັດຂຶ້ນຢູ່ຟີລິບປິນໄດ້ອັດລົງໃນວັນທີ 29 ເມສາຜ່ານມາ ແລະໄດ້ເປັນນເອກະພາບກັນທັງໃນການສ້າງສາປະຊາຄົມອາຊຽນ ທັງໄດ້ປຶກສາຫາລືບັນຫາສາກົນແລະພາກພື້ນ ລວມທັງບັນຫາທະເລຈີນໃຕ້ ແລະສຸດທ້າຍກໍໄດ້ອອກຖະແຫຼງການຫຼັງກອງປະຊຸມ.
ທ່ານເກິ໋ງສວງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຕ່າງໆຂອງນັກຂ່າວໃນພິທີຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 2 ພຶດສະພານີ້ວ່າ, ປັດຈຸບັນ, ຈາກຄວາມພະຍາຍາມຮ່ວມຂອງບັນດາປະເທດໃນພາກພື້ນ, ສະຖານະການຢູ່ທະເລຈີນໃຕ້ໄດ້ຜ່ອນຄາຍລົງ ແລະມີທ່ວງທ່າດີຂຶ້ນຢ່າງຕັ້ງໜ້າ. ຂະນະດຽວກັນ ຈີນກໍຍິນດີຮ່ວມກັບບັນດາປະເທດອາຊຽນ ປະຕິບັດຕາມ "ຄຳຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້" ແລະລົງເລິກການຮ່ວມມືຕົວຈິງທາງທະເລ, ສູ້ຊົນເຮັດໃຫ້ການຮ່າງ "ກົດແຫ່ງການປະພຶດຢູ່ທະເລຈີນໃຕ້" ສຳເລັດໂດຍໄວ ບົນພື້ນຖານປຶກສາຫາລືເປັນເອກະພາບກັນ ເພື່ອຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້. ຕາມແຜນການແລ້ວ, ຈີນແລະບັນດາປະເທດອາຊຽນຈະປຶກສາຫາລືການຮ່າງ "ກົດແຫ່ງການປະພຶດຢູ່ທະເລຈີນໃຕ້" ໃຫ້ສຳເລັດໃນຫົກເດືອນຕົ້ນປີນີ້.