ນັກ​ກິ​ລາ​ໝາກ​ເສິກ​ສາ​ກົນ​ເພດ​ຍິງ​ມາ​ເລ​ເຊຍ​ນຸ່ງ​ກະ​ໂປ່ງ​ສັ້ນໝົດ​ສິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ
2017-05-03 16:46:28  cri 
    ຫວ່າງມໍ່ໆ​ມານີ້, ເຫດ​ການ​ນັກ​ກິ​ລາ​ໝາກ​ເສິກ​ສາ​ກົນ​ເພດ​ຍິງ​ມາ​ເລ​ເຊຍ​ຜູ້​ໜຶ່ງ ໄດ້​ນຸ່ງ​ກະ​ໂປ່ງ​ສັ້ນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນນັ້ນ, ໄດ້​ຖືກ​ຫົວ​ໜ້າ​ກຳ​ມະ​ການ​ຈັດ​ການ​ແຂ່ງ​ຂັນເວົ້າ​ວ່າ ​ເປັນ​ການກະ​ຕຸ້ນ​ຄວາມ​ຮູ້​ສຶກ​ທາງ​ເພດ, ຈຶ່ງ​ຖືກ​ບັງ​ຄັບ​ຖອນ​ອອກ​ຈາກ​ການ​ແຂ່ງ​ຂັນ​​ແລະ​ໃນ​ທີ່​ສຸດ ກໍ​ກາຍ​ເປັນ​ຫາງ​ສຽງ​ຂອງ​ສັງ​ຄົມ.

    ຫົວ​ໜ້າ​ໜ່ວຍ​ແມ່​ຍິງ​ທົ່ວ​ປະ​ເທດ​ຂອງ​ສະ​ມາ​ຄົມ​ຊາວ​ຈີນ​ມາ​ເລ​ເຊຍ​ເຫັນ​ວ່າ, ການ​ນຸ່ງ​ຖື​ຂອງ​ນັກ​ກິ​ລາ​ຍິງ​ຜູ້ນີ້ມີ​ຄວາມ​ສຸ​ພາບຢູ່​ແລ້ວ, ການ​ທີ່​ຄະ​ນະ​ຈັດ​ການ​ແຂ່ງ​ຂັນ​ຕັດ​ນາງ​ອອກ​ຈາກການ​ແຂ່ງ​ຂັນນັ້ນ ບໍ່​ສົມ​ເຫດ​ສົມ​ຜົນ ແລະ​ບໍ່​ຍຸ​ຕິ​ທຳ​ຕໍ່​ນາງ, ຂະ​ນະ​ດຽວ​ກັນ, ຊາວ​ເນັດຕ່າງໆ​ກໍ​ພາ​ກັນ​ໃຫ້​ກຳ​ລັງ​ໃຈ​ນັກ​ກິ​ລາ​ເພດ​ຍິງ​ຜູ້​ນີ້.

    ໜັງ​ສື​ພິມ​ຊິງ​ໂຈ​ລາຍ​ວັນ ​ໄດ້ພິມ​ບົດ​ວິ​ຈານ​ວ່າ, ເຫດ​ການນີ້​ເບິ່ງ​ຄື​ກ່ຽວ​ຂ້ອງ​ກັບ​ຜູ້​ຍິງ​ຜູ້​ດຽວ​ເທົ່າ​ນັ້ນ, ແຕ່ໃນ​ທາດ​ແທ້​ແລ້ວ, ມັນ​ກ່ຽວ​ພັນ​ເຖິງ​ທັດ​ສະ​ນະ​ຄຸນ​ຄ່າ​ທາງ​ສັງ​ຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ