ນາຍົກ​ອັງກິດ​ຕຳ​ໜິອີ​ຢູພະຍາຍາມ​ແຊກ​ແຊງ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປະ​ເທດ​ຕົນ

2017-05-04 16:24:25  cri 

ທ່ານ​ນາງເທ​ເຣຊາ ​ເມ ນາຍົກລັດຖະມົນຕີອັງກິດ​ ​ກ່າວ​ໃນ​ວັນ​ທີ 3 ພຶດສະພາ​ນີ້​ວ່າ: ​ໃນ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ, ອີ​ຢູມີທ່າ​ທີ​ແຂງ​ກະດ້າງຍິ່ງ​ຂຶ້ນ​ໃນ​ການ​ເຈລະຈາ​​ກັບປະ​ເທດ​ຕົນ​ກ່ຽວ​ກັບ​ການ​ຖອນ​ອອກ​ຈາກ​ອີ​ຢູ. ນອກ​ນີ້ ຜູ້ນຳ​ອີ​ຢູ​ຂູ່​​ປະ​ເທດ​ຕົນຕື່ມ​ອີກ ​​ເຊິ່ງການ​ກະທຳ​ເຫຼົ່ານີ້​ກໍ​ເພື່ອ​ຢາກ​​ແຊກ​ແຊງການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອັງກິດ.

​ທ່ານ​ດາ​ວິດ ດາ​ວິສ ລັດຖະມົນຕີ​ກິດຈະການ​ອັງກິດ​ຖອນ​ອອກ​ຈາກ​ອີ​ຢູ ​ໄດ້​ຢືນຢັນ​ໃນ​ວັນ​ດັ່ງກ່າວ​ວ່າ: ປະ​ເທດ​ຕົນ​ຈະ​ບໍ່​ຈ່າຍ "ຄ່າ​ຖອນອອກ​ຈາກອີ​ຢູ" 100 ຕື້​ເອີ​ໂຣ​ໃຫ້​ອີ​ຢູຢ່າງ​ເດັດຂາດ, ​ແຕ່​​ຈະ​ຈ່າຍຢ່າງສົມ​ເຫດ​ສົມ​ຜົນ​ຕາມ​ສິດ​ແລະ​ພັນທະ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ບໍ່​ແມ່ນ​ຈຳນວນ​ເງິນ​ທີ່​ອີ​ຢູສະ​ເໜີ​ມານັ້ນຢ່າງ​ເດັດຂາດ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ