ຟີ​ລິບ​ປິນສະ​ໜີສອງ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່ຕໍ່​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ
2017-05-04 16:19:17  cri 
ຕາມ​ໜັງສືພິມ Manila Bulletin ຂອງ​ຟີ​ລິບ​ປິນສະບັບ​ວັນ​ທີ 2 ພຶດສະພາ​ລາຍ​ງານ​ວ່າ: ລັດຖະບານ​ຟີ​ລິບ​ປິນຈະ​ສະ​​ເໜີ​ສອງ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່​ຕໍ່​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຫຼື AIIB.

ທ່ານ ​ຄາ​ໂລ​ສ ​ໂດ​ມິ​ນ​ກູ​ສ ລັດຖະມົນຕີ​ກະຊວງ​ການ​ເງິນ​ຟີ​ລິບ​ປິນກ່າວ​ວ່າ: ປະ​ເທດ​ຕົນ​ມີ​ແຜນ​ຈະ​ສະ​ເໜີ​ການ​ລົງທຶນ​ໃສ່​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ກາ​ລິ​ຟ​ແລະ​ໂຄງການ​​ເສັ້ນທາງ​ລົດ​ໄຟ​ເໜືອ-​ໃຕ້​ຕອນ​ໃຕ້ຕໍ່​ທະນາຄານ AIIB ​ໂດຍຈະ​ນຳ​ໃຊ້​ກາ​ນຊ່ວຍ​ເຫຼືອ​​ການ​ພັດທະນາ​ຈາກ​ລັດຖະບານ​ຈີນ​ແລະ​ທຶນຂອງ​ທະນາຄານ AIIB ​ເພື່ອ​ປະຕິບັດ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ດັ່ງກ່າວ.

​ປີຜ່າ​ນມາ,ຟີ​ລິບ​ປິນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກການ​ຮ່ວມ​ມື​​ໃນການ​ລະດົມທຶນ​ທີ່​ມີ​ມູນ​ຄ່າ​ເຖິງ 500 ລ້ານ​ໂດ​ລາ​ສະຫະລັດ​ຈາກ​ທະນາຄານ AIIB ​ໂດຍ​ໂຄງການ​ເສັ້ນທາງລົດ​ໄຟ​ເໜືອ-​ໃຕ້​ຕອນ​ໃຕ້​ເປັນ​ໂຄງການ​ພື້ນຖານ​​ໂຄງ​ລ່າງ​ອາຊີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ລັດຖະບານ​ຊຸດ​ປັດຈຸບັນ. ​ໂຄງກາ​ນກໍ່ສ້າງເຂື່ອນ​ໄຟ​ໄຟ້ກາ​ລິ​ຟຈະ​ສາມາດ​ຫຼຸດຜ່ອນ​ບັນຫາ​ການ​ນຳ​ໃຊ້​ນ້ຳຂອງ​ເຂດ​ມະ​ນີລາ​ໄດ້,ສ່ວນການ​ກໍ່ສ້າງ​ເສັ້ນທາງລົດ​ໄຟ​ເໜືອ​-​ໃຕ້ຕອນ​ໃຕ້ມີ​ແຜນ​ຈະ​ເຊື່ອມ​ຕໍ່​ນະຄອນຫຼວງ​ມະນີ​ລາ​ກັບ​ມັດ​ນ໊ອກ ​ໃນ​ນັ້ນມີທັງ​ການ​ກໍ່ສ້າງ,ການ​ຍົກຍ້າຍ​ເຮືອນ,ຂະຫຍາຍ​ເສັ້ນທາງ​,ການ​ດຳ​ເນີນ​ງານ​,ການ​ສ້ອມ​ແປງ​ແລະ​ການ​ບຳລຸງ​ຮັກສາ​​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ