ທະນາຄານ​ຈີນຈຳໜ່າຍ​ພັນທະບັດ 600 ລ້ານ​ໂດ​ລາ​ສະຫະລັດ​ຢູ່​ສິງກະ​ໂປ
2017-05-05 16:36:24  cri 

ວັນ​ທີ 4 ພຶດສະພາ​ນີ້, ທະນາຄານ​​ຈີນ​ສາຂາ​ສິງກະ​ໂປ ​ໄດ້ສຳ​ເລັດ​ການ​ຈຳໜ່າຍ​ພັນທະບັດ 600 ລ້ານ​ໂດ​ລາ​ສະຫະລັດ​ຢູ່​ປະ​ເທດ​ດັ່ງກ່າວ​. ​ ໃນ​ຖານະ​ເປັນ​ສ່ວນ​ໜຶ່ງ​​ໃນ​ການ​ລະດົມ​ທຶນ​ຜ່ານ​ການຈຳໜ່າຍ​ພັນທະບັດ​ຂອງທະນາຄານ​​ຈີນ​​ເພື່ອ​ຕອບ​ສະໜອງ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ນັ້ນ, ນັກ​ລົງທຶນ​ໄດ້​ແຫ່​ຊື້ພັນທະບັດ​​ຢ່າງຄຶກຄັກ ​ແລະ​ເກີນ​ໂກ​ຕາກວ່າ 2 ​ເທົ່າ, ຂະນະ​ທີ່​ອັດຕາ​ດອກ​ເບ້ຍລະຫວ່າງ​ທະນາຄານ​ລອນ​ດອນ(LIBOR) 3 ​ເດືອນ​ 0,77% ​ໃນ​ໄລຍະ​ 3 ປີ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ​ໃນ​ຕໍ່ໜ້າ, ທະນາຄານຈີນ​ຈະ​ສືບ​ຕໍ່​ພິຈາລະນາ​ລະດົມ​ທຶນ​ໂດຍ​ ການຈຳໜ່າຍ​ພັນທະບັດ, ສ້າງ​ລະບົບ​ການ​ບໍລິການ​ການ​ເງິນທົ່ວ​ໂລກ ​ແລະ ຄົບ​ວົງ​ຈອນ, ​ສ້າງຊ່ອງ​ທາງ​ການ​ເງິນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃຫ້ລຸ​ໂລ່ງ​ໄປ​ດ້ວຍ​ດີ ທັງ​ກວມ​ເອົາ​ອົງການ​ຂອງ​ປະ​ເທດ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃຫ້ຫຼາຍ​ກ​ວ່າ​ເກົ່າ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ທີ່ເປັນ​ເວທີວິຊາ​ການ​ແລະບໍລິການ​ທົ່ວ​ໂລກ ຊຸກຍູ້ທຸລະກຳ​ທາງ​ການ​ເງິນ, ຊີ້​ນຳ​ຝ່າຍ​ຕ່າງໆເຂົ້າຮ່ວມ ​ເພື່ອ​ສ້າງ​ພື້ນຖານ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ພັດທະນາ​ການ​ເງິນ "ໜຶ່ງ​ແລວທາງໜຶ່ງ​ເສັ້ນທາງ" ​ໃຫ້​ໜັກ​ແໜ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ