ທ່ານນາງ ​ເສີ​ນ​ເຢ້​ເຢ້ ພົບປະກັບປະທານສະພາແຫ່ງຊາດ ສປປ ລາວ
2017-05-05 11:12:56  cri 
ວັນທີ 4 ພຶດສະພານີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານນາງ ເສີ້ນເຢ້​ເຢ້ ຮອງ​ປະທານ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ປະທານ​ສະຫະພັນ​ແມ່ຍິງ​ທົ່ວ​ປະ​ເທດຈີນ​ໄດ້​ພົບ​ປະ​​ກັບ​ທ່ານນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດລາວ.

​ໂອກາດ​ດັ່ງກ່າວ,ທ່ານນາງ ​ເສີ້ນ​ເຢ້​ເຢ້ ​ໄດ້​​​ແຈ້ງ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ-ລັດ​ໃນ​ການ​ປົກ​ປັກ​ຮັກສາ​ແລະ​ພັດທະນາ​ປະ​ເທດ​ຕົນ​​ແຕ່​ກອງ​ປະຊຸມ​ໃຫຍ່ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 18​ ​ເປັນ​ຕົ້ນ​ມາ ຂະນະ​ດຽວ​ກັນ​ກໍ​ເຫັນວ່າ​ຄວນ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ລະຫວ່າງ​ແມ່ຍິງ​ຂອງ​ສອງ​ປະ​ເທດ, ຮ່ວມ​ກັນ​ຊຸກຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຮ່ວມ​ມື​ສ້າງ​ປະຊາ​ຄົມ​ຮ່ວມຊະ​ຕາ​ກຳ​ຈີນ-ລາວ​​ໃຫ້ໜັກ​ແໜ້ນ.

ທ່ານ ປານີ ຢາ​ທໍ່​ຕູ້ ​ໄດ້​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ສາຍ​ພົວພັນ​ລະຫວ່າງ​ລາວກັບຈີນ ​​ແລະຫວັງ​ວ່າ​ລັດຖະສະພາ​ແລະ​ອົງການ​ຈັດ​ຕັ້ງ​ແມ່ຍິງ​ຂອງ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື,ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ແລະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ