ຄະນະ​ຜູ້​​​ແທນ​ຊາວ​ໜຸ່ມ​ເຍົາວະ​ຊົນ​ມຽນມາ​ຢ້ຽມຢາມ​ເມືອງ​ຊີ່​ອ່ານ​ແຂວງ​ສານ​ຊີ່​
2017-05-05 16:48:48  cri 
ໂດຍຕອບ​ສະໜອງ​ຕາມ​ຄຳເຊີນ​ຂອງ​ອົງການ​ກອງ​ທຶນ​ຊົ້ງ​ຊິ້ງລິງ​ຂອງ​ຈີນ, ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ເຍົາວະ​ຊົນມຽນມາ 23 ຄົນໄດ້​ເດີນທາງຢ້ຽມຢາມ​ເມືອງ​ຊີ່​ອ່ານ​ແຂວງ​ສານ​ຊີ່​ ສປ ​ຈີນ​ໃນ​ວັນ​ທີ 4 ພຶດສະພາ​ນີ້.

​ໃນ​ໄລຍະ 8 ມື້​ການ​ຢ້ຽມຢາມ​ຈີນ, ນອກຈາກ​ທ່ຽວ​ຊົມ​ວັດ​ຝ້າ​ເມີນ ​ແລະ ທາດ​ຕ້າ​ຢ້ຽນ​ແລ້ວ, ຄະນະ​ຜູ້​ແທນດັ່ງກ່າວ​ຍັງ​ຈະ​ໄປສຶກສາ​ຮຽນ​ຮູ້​ຮູບ​ເງົາ​ປລັດ​ຕື້ແລະ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຈີນ. ຫຼັງ​ຈາກ​ສຳ​ເລັດການ​ຢ້ຽມຢາມ​ເມືອງ​ຊີ່​ອ່ານ​ແລ້ວ, ຄະນະດັ່ງກ່າວ​ຈະສືບ​ຕໍ່ຢ້ຽມຢາມ​ນະຄອນຫຼວງ​ປັກ​ກິ່ງຕື່ມ​ອີກ. ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ໂຄງການ​ຮ່ວມ​ມື​ທີ່​ສຳຄັນ​ປະຈຳ​ປີ​ຂອງ​ອົງການ​ກອງ​ທຶນ​ຊົ້ງ​ຊິ້ງລິງ​ຂອງ​ຈີນ​ແລະ​ອົງການ​ກອງ​ທຶນ​​ໄລ​ຄຸນ​ຊູຂອງ​ມຽນມາ ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​​ລະຫວ່າງ​ປະຊາຊົນ​ ​ສອງ​ປະ​ເທດ​​ແລະ​ເປັນ​ການ​ສະໜັບສະໜູນການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ