ວາງ​ສີ​ລາ​ລືກໂຮງງານກັ່ນນ້ຳມັນຢູ່ກຳປູເຈຍ​ໂດຍຈີນຮ່ວມສ້າງ
2017-05-05 15:18:26  cri 
ຕາມ​ຂ່າວສານ​ຈີນ: ​ໂຄງການ​ໄລຍະ​ທີ​ໜຶ່ງ​ຂອງ​​ໂຮງງານ​ກັ່ນ​ນ້ຳມັນທີ່​ມີ​ຄວາມ​ສາມາດ​ຜະລິດ​ໄດ້ 5 ລ້ານ​ໂຕນ​ຕໍ່​ປີ​ຂອງ​ກຳປູ​ເຈຍ​ທີ່​ວິ​ສາ​ຫະກິດ​ຈີນ​ຮ່ວມກໍ່​ສ້າງ ​ໄດ້​ຈັດ​ພິທີ​ວາງ​ສີ​ລາ​ລືກ​ຢູ່​​ແຂວງ​ສີ​ຫາ​ນຸກ​ເໜືອ​ປະ​ເທດ​ດັ່ງກ່າວ​ແລ້ວ​ໃນ​ວັນ​ທີ 4 ​ເມສາ​ນີ້.

ທ່ານ​ຊຸຍ​ເຊັມ ລັດຖະມົນຕີ​ກະຊວງ​ບໍ່​ແຮ່​ແລະ​ພະລັງງານ​ກຳປູ​ເຈຍ​ກ່າວ​ໃນ​ພິທີ​ວ່າ, ປັດຈຸບັນ, ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ​ຂອງ​ກຳປູ​ເຈຍ​ໄດ້​ອີງ​ໃສ່​ການ​ນຳ​ເຂົ້າ ​ແລະການ​ຈຳໜ່າຍ​ຢູ່ປະ​ເທດ​ຕົນ​ກໍ​ຜ່ານ​ບໍລິສັດ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ 14 ​ແຫ່ງ. ສຳລັບການວາງ​ສີ​ລາ​ລືກ​ແລະ​ເລີ່​ມລົງມື​ກໍ່ສ້າງ​ໂຮງງານ​ກັ່ນ​ນ້ຳມັນ​ນີ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ສູງ​ຕໍ່​ເລື່ອງ​ນີ້ ​ແລະ​ຈະ​ຕອບ​ສະໜອງ​ຕາມຄວາມ​ຕ້ອງການ​​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ​ຢູ່​ພາ​ຍ​ໃນ​ປະ​ເທດ​ຕົນ ທັງາສາມາດຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ແລະ​ຫຼຸດ​ການ​ນຳ​ເຂົ້າ​ໃຫ້ໜ້ອຍ​ລົງ.

ທ່ານ​ເສິນ​ລົ້ວ ປະທານ​ບໍລິສັດ​ວິສະວະກຳ​ສາກົນ​ເສິນ​​ໂຈ​ວ່ສາງ​ເສິງ​ຈີນ​ຈຳກັດ​ກ່າວ​ວ່າ, ​ໂຮງ​ງານ​ກັ່ນ​ນ້ຳມັນ​ແຫ່ງ​ນີ້​ເປັນ​ແຫ່ງ​ທຳ​ອິດ​ຂອງ​ກຳປູ​ເຈຍ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ຂອງ​ບໍລິສັດ​ອຸດສາຫະກຳ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ​ກຳປູ​ເຈຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ