ອິນ​ໂດ​ເນ​ເຊຍຈະ​ຕິດຕາມ​ຄຸ້ມ​ຄອງ​ພາສີ​ຂອງວິ​ສາ​ຫະກິດ​ຕ່າງປະ​ເທດ
2017-05-05 15:28:25  cri 
ກົມ​ໃຫຍ່ສ່ວຍ​ສາ​ອາກອນ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ, ລັດຖະບານ​ປະ​ເທດ​ຕົນກຽມ​ຈະ​ປັບປຸງຂໍ້​ກຳນົດເລກທີ 256 ປີ 2008 ຂອງ​ກະຊວງ​ການ​ເງິນ ​ເພື່ອ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ພາສີ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ.

​ເຈົ້າ​ໜ້າ​ທີ່ກົມ​ປະຕິ​ຮູບ​ພາ​ສີ​​ກົມ​ໃຫຍ່​ພາສີ​ອາກອນ​ອິນ​ໂດ​ເນ​ເຊຍກ່າວ​ວ່າ, ຂໍ້​ກຳນົດ​ໃໝ່​ມີ​ຈຸດປະສົງຕິດຕາມ​ການ​ລັກລອບ​ໜີ​ພາສີ​ຂອງ​ບໍລິສັດ​ທຶນ​ຕ່າງປະ​ເທດ​ສາຂາ​ອິນ​ໂດ​ເນ​ເຊຍ ​ແລະ​ຈະ​ກຳນົດ​ດັດ​ຊະ​ນີ​ທີ່​ສຳຄັນ​ຕ່າງໆ ​ເຊັ່ນ ມາດຕະຖານ​ໃນ​ການຄວບ​ຄຸມ​ຫຸ້ນ ​ແລະ​ອື່ນໆ. ​ເຈ້າ​ໜ້າ​ທີ່ກຸ່ມ​ນີ້​ກ່າວ​ຕື່ມ​ວ່າ, ບົດ​ລາຍ​ງານ​ຂໍ້​ມູນ​ຖື​ຫຸ້ນ​ຂອງ​ບາງບໍລິສັດ​ທຶນ​ຕ່າງປະ​ເທດ​ພາ​ໃຫ້​ພວກ​ເຮົາ​​ເອົາ​ໃຈ​ກວດກາ, ຍ້ອນ​​ຜູ້​ເສຍ​ພາສີ​ບາງ​ຄົນ​ໄດ້​ຖື​ຫຸ້ນ​ຂອງ​ບໍລິສັດ​ເຫຼົ່າ​ນີ້​ມາຫຼາຍ​ກວ່າ 15 ປີ​ແລ້ວ, ​ແຕ່​ພັດ​ກ່າວ​ວ່າ​ບໍ່​ໄດ້​ຮັບ​ກຳ​ໄລດອກ​ເບ້ຍ​ໃບ​ຫຸ້ນ, ຍ້ອນ​ວ່າ​ຂໍ້​ກຳນົດ​ສະບັບ​ປັດຈຸບັນ​ມີ​ແຕ່​ເກັບ​ພາສີ​ນຳ​ຜູ້​ຖື​ຫຸ້ນ​ທີ່​ໄດ້​ຮັບ​ກຳ​ໄລດອກ​ເບ້ຍ​ໃບ​ຫຸ້ນ ​ເຊິ່ງ​ເຮັດ​ໃຫ້​ກຸ່ມ​ນີ້​ສວຍ​ໂອກາດ​ໜີ​ພາສີ.

ນອ​ກນີ້, ​ເພື່ອ​ເລັ່ງຂະ​ບວນການ​ດັ່ງກ່າວ, ລັດຖະບານ​ອິນ​ໂດ​ເນ​ເຊຍ​​ໄດ້ຕົກລົງ​ນຳ​ໃຊ້​ຮູບການ​ປັບປຸງ​ຂໍ້​ກຳນົດ​ຂອງ​ລັດຖະບານ​ຫາກ​ບໍ່​ແມ່ນ​ປັບປຸງ​ກົດໝາຍ ​ເພື່ອ​ສາມາດ​ປະຕິບັດ​ນະ​ໂຍບາຍ​ໃໝ່​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ