ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ອາ​ຊຽນ​​ກົດ​ດັນ​ສ​ປ​ປ​ເກົາຫຼີ​ໃຫ້​ແຂງ​ແຮງກວ່າ​ເກົ່າ
2017-05-05 16:19:04  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ ເຣັກ​ສ໌ ຕິ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ຈົ່ງ​ກົດ​ດັນ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ຕ່າງ​ປະ​ເທດ​ຕໍ່​ ສ​ປ​ປ ເກົາ​ຫຼີ ໃນ​ໂອ​ກາດ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ 10 ປະ​ເທດ​ໃນ​ອາ​ຊຽນ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ໃນ​ວັນ​ທີ 4 ພຶດ​ສະ​ພານີ້.

    ທ່ານ ພາ​ຕ​ຣິກ ເມີ​ຟີ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາໄດ້ໂທ​ລະ​ສັບ​ເຂົ້າໃນ​ກອງ​ປະ​ຊຸມໃນ​ມື້ດຽວ​ກັນ​ໂດຍ​ກ່າວວ່າ, ໃນ​ກາ​ນ​ພົບ​ປະ, ທ່ານ ຕິ​ເລີ​ຊັນ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຈົ່ງ​ຕັດ​​ເສັ້ນ​ທາງ​ລາຍ​​ຮັບ​ຂອງ​ສ​ປ​ປ​ເກົາຫຼີ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະຫຼຸດ​ສາຍ​ພົວ​ພັນ​ການ​ທູດ​ກັບ ສ​ປ​ປ ເກົາຫຼີ ໃຫ້​ເຖິງ​ລະ​ດັບ​ຕ່ຳ​​ທີ່​ສຸດ.

    ທ່ານ ເມີ​ຟີ ກ່າວອີກ​ວ່າ, ທ່ານ​ຕິ​ເລີ​ຊັນ ກ່າວ​ຕໍ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​10 ປະ​ເທດ​ອາ​ຊຽນ​ວ່າ, ເປົ້າ​ໝາຍຂອ​ງ​ອາ​ເມ​ລິ​ກາ​ຄື​ຫວັງ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄ​ລຍ, ດັ່ງ​ນັ້ນ ຈຶ່ງ​ຂໍ​ໃຫ້​ບັນ​ດ​າ​ປະ​ເທດ​ອາ​ຊຽນ​ຈົ່ງ​ເປັນ​ເອ​ກະ​ພາບ​ກັນ​ໃນ​ດ້ານ​ຫຼັກ​ການ​ແລະ​ການ​ເຄື່ອນ​ໄຫວ​ໃນ​ບັນ​ຫາ​ແຫຼມ​ເກົາຫຼີ ແລະ​ໃຊ້​ມາດ​ຕະ​ການ​ທີ່​ເໝາະ​ສົມ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາຫຼີນັ້ນ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ