ພິມ​ຈຳໜ່າຍປຶ້ມລວມ "100​ເລື່ອງ​ຮອບ​ໂລກກ່ຽວ​ກັບ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ'"ສະບັບພາສາຕ່າງໆ
2017-05-06 15:03:11  cri 
​ເ​ພື່ອຮອງ​ຮັບ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ຈະ​ໄຂ​ຂຶ້ນ​ໃນ​ກາງ​ເດືອນ​ພຶດສະພາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ, ປຶ້ມລວມ "100​ເລື່ອງ​ຮອບ​ໂລກ ກ່ຽວ​ກັບ'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ'"ສະບັບ​ພາສາ​ຕ່າງປະ​ເທດໄດ້​ພິມ​ຈຳໜ່າຍ​ແລ້ວ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​​ໂດຍປຶ້ມ​ດັ່ງກ່າວ​ໄດ້​ລວມ​ເອົາ​ເລື່ອງ​ລາວ​ຕ່າງໆ​ທີ່​ມີ​ຊີວິດ​ຊີວາ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ເມື່ອ​ປີ 2013 ນັ້ນ​ກຳລັງ​ນຳ​ເອົາຜົນ​ປະ​​ໂຫຍ​ດສູ່​ປະຊາຊົນ​ບັນດາ​ປະ​ເທດ​ລຽບຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ ທັງ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ.

ນັບ​ແຕ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ສະ​ເໜີ​ອອກ​ມາ​ເປັນ​ເວລາ 3 ປີກ​ວ່າ​ມາ​ນີ້, ນັກ​ຂ່າວ​ຈາກ​ຂ່າວສານ​ຊິນ​ຮວາ​ໄດ້​​ໄປ​ຮອດ​ໝົດ​ທຸກ​ປະ​ເທດ​ລຽບ​ຕາມ​ເສັ້ນທາງ​ດັ່ງກ່າວ​ເພື່ອ​ສຳພາດ​ນັກ​ການ​ເມືອງ​ຜູ້ສຳຄັນ​ ​ທັງ​​ເກັບ​ກຳ​ຫາງ​ສຽງ​ຈາກ​ປະຊາຊົນ ຂອງ​ປະ​ເທດ​​ເຫຼົ່ານີ້. ​ແຕ່​ປີຜ່ານມາ, ສຳນັກ​ຂ່າວສານ​ຊິນ​ຮວາ​ໄດ້​ຮ່ວມ​ມື​ກັບ​ສຳນັກງານ​ໃຫຍ່​ສະ​ຖາ​ບັນ​ຂົງຈື້​ແລະ​ພາກສ່ວນ​ອື່ນໆ​ໂດຍ​ເລືອກ​ເຟັ້ນ 100 ບົດ​ຈາກ​ບົດ​ລາຍ​ງານ​ຂອງ​ສຳນັກ​ຂ່າວສານ​ຊິນ​ຮວາ​ຫຼາຍ​ຮ້ອຍ​ບົດ​ແລະ​ບົດ​ຄວາມສະໝັກ​​ເກືອບ 1000 ບົດ​ໃນ​ຂອບ​ເຂດ​ທົ່ວ​ໂລກ ​ແລ້ວ​ຮຽບ​ໂຮມ​​ພິມ​ຈຳໜ່າຍ​ໂດຍການແປ​ເປັນ 7 ພາສາຄື ຈີນ,ອັງກິດ,ຝະຣັ່ງ,​ແອັສປາຍ,ຣັດ​ເຊຍ, ອາຣັບ​ແລະປອກຕຸຍ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ