SINOMACH ບັນລຸ​ມູນ​ຄ່າ​ການເຊັນ​ສັນຍາ​ກັບປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ກວ່າ 73 ຕື້​ໂດ​ລາ​ສະຫະລັດ
2017-05-08 16:09:39  cri 
​ໃນ​ພິທີ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ລັດ​ວິ​ສາ​ຫະກິດຂັ້ນ​ສູນ​ກາງຈີນ​ເຂົ້າຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ພຶດສະພາ​ນີ້, ທ່ານ​ເຣີນຫົງ​ປິ່ນ ປະທານ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ກົນ​ຈັກ​ຈີນ​ຈຳກັດ ຫຼື SINOMACH ກ່າວ​ວ່າ: ມາ​ຮອດ​ປັດຈຸ​ບັນ, ກຸ່ມ​ບໍລິສັດ​ຕົນມີ​ໂຄງການ​ທີ່ປະຕິບັດສຳ​ເລັດ​ແລ້ວ ​ແລະ ພວມ​ດຳ​ເນີນ 733 ​ໂຄງການຢູ່ 48 ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໂດຍ​ມີມູນ​ຄ່າ​ໃນ​ສັນຍາ​ເຖິງ 73 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ