ທ່ານ​ແອ​ມມາ​ນູ​ແອນ ມາ​ຄຣົງໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຝຣັ່ງ
2017-05-08 11:04:01  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຜົນ​ການ​ສຳ​ຫຼວດຈາກຫຼາຍ​ອົງການສຳ​ຫຼວດຄວາມ​ເຫັນ​ປະຊາຊົນຂອງ​ຝຣັ່ງສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​​ແອ​ມມາ​ນູ​ແອນ ມາຄຣົງ ອະດີດ​ລັດຖະມົນຕີ​ເສດຖະກິດ, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງຂະ​ບວນການ "ກ້າວ​​ໄປ​ໜ້າ" ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ກວ່າ 65% ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບທີ 2 ​ແລະ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​​ຝຣັ່ງຄົນ​ໃໝ່ ​ແລະ​ກາຍ​ເປັນ​ປະທານາທິບໍດີ​ທີ່​ມີ​ອາຍຸ​ໜຸ່ມ​ທີ່​ສຸດ​ ຄື 39 ປີໃນ​ປະຫວັດສາດ​ເກືອບ 60 ປີ​ຂອງປະ​ເທດ​ດັ່ງກ່າວ.

ທ່ານຝຣັ່ງຊົວ ​ໂອ​ລອງ ປະທານາທິບໍດີ​ຝຣັ່ງຖະ​ແຫຼ​ງ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ​ວ່າ, ຕົນ​ໄດ້​ໂທລະສັບສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ມາຄຣົງທີ່​ໄດ້​ຮັບ​ເລືອກ​ຕັ້ງ ​ເຊິ່ງ​ເປັນ​ໄຊ​ຊະນະ​ທີ່​ເປັນ​ການ​ຢືນຢັນ​​ວ່າ ປະຊາຊົນ​ສ່ວນ​ຫຼາຍ​ໃນປະ​ເທດ​ຕ້ອງການ​ຄວາມ​ສາມັກຄີ​ກັນ​ຢູ່​ພາຍ​ໃຕ້ລະບອບສາທາລະນະ​ລັດ ​ແລະ​ສ່ອງ​ແສງ​ໃຫ້​​ເຫັນ​ເຖິງ​ຄວາ​ມ​ເປັນ​ໜຶ່ງ​ດຽວ​ຕໍ່​ສະຫະພາບ​ເອີ​ລົບ ​ແລະ​​ເປັນ​ການເປີດ​ປະຕູ​ສູ່​ໂລກ.

ທ່ານ​​​ໂອ​ລອງຈະ​ສິ້ນ​ສຸດ​ຕຳ​ແໜ່​ງລົງ​ໃນ​ວັນ​ທີ 14 ​ເດືອນ​ນີ້ ​ເຊິ່ງຕາມທຳນຽມ, ປະທານາທິບໍດີ​ຜູ້ທີ່​ໄດ້​ຮັບການ​ເລືອກ​ຕັ້ງ​ແລະ​ປະທານາທິບໍດີ​ທີ່​ໝົດວາລະຕຳ​ແໜ່​ງຈະ​ຮ່ວມປຶກສາ​​ກັນ​ເພື່ອ​ຕົກລົງ​ເວລາ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ