ຜົນສຳ​ເລັດ​ຂອງການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃນເບື້ອງ​ຕົ້ນ ​​ເຮັດ​ໃຫ້​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ເຊື່ອມ​ຈອດກັນ
2017-05-08 11:10:22  cri 
ຕາມ​ຂ່າວCRI: ​ໃນ​​ໂອກາດ​ທີ່​ຈະ​ຈັດກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ລະຫວ່າງ​ວັນ​ທີ 14 ຫາ 15 ພຶດສະພາ​ນີ້ ​ແລະ​ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນນັ້ນ ທ່ານ​ໂຊ​​ແກງ ຣາຮາ​ໂຈ ​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ວ່າ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນດຸ​ງ​ໃຫ້​ກາຍ​ເປັນ​ໂຄງການ​ສັນຍະ​ລັກ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ກໍຫວັງ​ໃຫ້ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ແຫ່​ງຊາດ​ອິນ​ໂດ​ເນ​ເຊຍ ​ເພື່ອ​ຊຸກຍູ້​ໃຫ້ສອງ​ປະ​ເທດ​ເຊື່ອມ​ຈອດ​ກັນ.

ທ່ານ​ໂຊ​ແກງ​ເຫັນ​ວ່າ, ​ໃນ​ການ​ຊຸກຍູ້​​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ການ​ເຊື່ອມສານຈິດ​ໃຈ​ຂອງປະຊາຊົນ​​ນັ້ນ​ມີ​ຄວາມສຳຄັນ​ທີ່​ສຸດ ​ເຊິ່ງ​ເປັນ​ພື້ນຖານ​ທາງວັດທະນະທຳ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ຂະນະ​ທີ່ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບໍ່​ພຽງ​ແຕ່​​ເນັ້ນ​ໃສ່​ການ​ເຊື່ອມ​ຈອດ​ກັນ​ຂອງ​ພື້ນຖານ​ໂຄງ​ລ່າງ​ເທົ່າ​ນັ້ນ, ຍັງ​ເນັ້ນ​ໃສ່​ການ​ເຊື່ອມ​ສານ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນຕື່ມ​ອີກ.

ທ່ານ​ໂຊ​ແກງ​ຍັງ​ກ່າວ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ເນັ້ນ​ຫົວ​ຂໍ້ "​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ​ແລະ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເພື່ອ​ບັນລຸ​ການ​ພັດທະນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ" ​ແລະ​ສາມາດ​ຕ້ານ​ກະ​ແສ​ແນ​ວຄິດ​ທີ່​ຝືນ​​ໂລກາ​ພິວັດ. ຈາກ​ນີ້, ປະ​ເທດ​ທີ່​ກ່ຽວຂ້ອງ​ຕ້ອງ​ປະຕິບັດ​ຕາມ​ກົດ​ສາກົນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ ​ເພື່ອ​ຊຸກຍູ້​ເສລິ​ພາບ​ແລະ​ຄວາມ​ເປັນ​ທຳທາງ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ