ນາຍົກ​ມາ​ເລ​ເຊຍ​ຢືນຢັນ​ວ່າ ​ເສດຖະກິດ​ປະ​ເທດ​ຕົນ​ສົດ​ໃສ
2017-05-09 15:52:08  cri 
ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມຂະ​ແໜງ​ການ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ​ອາຊີ​ຄັ້ງ​ທີ 19 ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາເລ​ເຊຍ​ໃນ​ວັນ​ທີ 8 ພຶດສະພາ​ນີ້, ທ່ານ​ນາ​ຈິບ ຕູນ ຣາຊັກ ນາຍົກລັດຖະມົນຕີປະ​ເທດ​ດັ່ງກ່າວຊີ້​ໃຫ້​ເຫັນ​ວ່າ ກ່ອນ​ໜ້າ​ນີ້​ບໍ່​ດົນ,ຫຼາຍ​ສະ​ຖາ​ບັນທີ່​ມີ​ຊື່​ສຽງ​ໄດ້​ຢືນຢັນ​ເຖິງ​ຜົນງານ​ແລະ​ຜົນສຳ​ເລັດ​ຂອງ​ປະ​ເທດ​ຕົນ​ໂດຍ​ເຫັນ​ໄດ້​ຈາກຜົນ​ການ​ສຳ​ຫຼວດທ່າ​ແຮງ​ການ​ລົງທຶນຂອງ 80 ປະ​ເທດ​ທີ່​ຮ່ວມ​ມື​ສຳ​ຫຼວດ​ໂດຍ​ບໍລິສັດ​ໃຫ້​ຄຳ​ປຶກສາ​ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ​ກັບ​ວິທະຍາ​ໄລ​​ວໍຕັນ​ມະຫາວິທະຍາ​ໄລ​​ເພັນ​ຊີວາ​ເນຍສະຫະລັດ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ ມາ​ເລ​ເຊຍ​ເປັນ​ປະ​ເທດ​ຍອດ​ນິຍົມ​ສຳລັບ​ການ​ລົງທຶນ​ໃນ​ປີ2017.

ທ່ານ​ນາ​ຈິບ​ກ່າວ​ວ່າ, ຈາກການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ, ​ເສດຖະກິດ​ມາ​ເລ​ເຊຍ​ໄດ້​ຂະຫຍາຍຕົວ​ມາ​ເປັນ​ເວລາ​ຫຼາຍ​ປີ, ອັດຕາ​ວ່າງ​ງານ​ແລະ​ອັດຕາ​ເງິນ​​ເຟີ້​ຮັກສາ​ຢູ່​ໃນ​ລະດັບ​ຕ່ຳ​ສະ​ເໝີ, ລວມຍອດລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​​ເພີ່ມຂຶ້ນ​ເກືອບ 50%. ຂະນະ​ດຽວ​ກັນ,​ເສດຖະກິດ​ກໍຈະ​ສືບ​ຕໍ່​ພັດທະນາ​ຢ່າງສົດ​ໃສ ​ແລະ​ບົນ​ພື້ນຖານ​ການ​ຂະຫຍາຍຕົວ​ຂອງເສດຖະກິດ​ 4,2% ​ໃນ​ປີຜ່ານມານັ້ນ​ກໍຄາດ​ວ່າ ປີ​ນີ້​ຈະ​ຂະຫຍາຍຕົວ​​ແຕ່ 4,3% ຫາ 4,8%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ