ເຂດ​ນິຄົມ​ອຸດສາຫະກຳ​ຢຸນຈຸ່ງ​​ໂຕ​ແບບ​ການ​ຮ່ວມ​ມື​ຈີນ-ຫວຽດນາມ
2017-05-09 16:11:59  cri 

ເຂດ​ນິຄົມ​ອຸດສາຫະກຳ​ຢຸນຈຸ່ງ​ຫ່າງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍປະ​ເທດ​ຫວຽດນາມ​ປະມານ 40 ກິ​ໂລ​ແມັດ​ ​ເຊິ່ງບໍລິສັດ​ຟູ​ຮວາ​ຈີນ​ຈຳກັດ​ເປັນ​ຜູ້​ບຸກ​ເບີກພັດທະນາ​​ແລະ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2013ນັ້ນ​, ມາ​ຮອດ​ປັດຈຸບັນ​ໄດ້​ສ້າງ​ອາຄານ​ໂຮງງານ 60 ກວ່າ​ຫຼັງ​ ກວມ​ເນື້ອ​ທີ່ 2 ​ແສນ 5 ໝື່ນ 8000 ຕາ​ແມັດ​ແລະ​ມີ 20 ກວ່າ​ບໍລິສັດ​​​ເຂົ້າ​ປະຈຳ​​ເຂດ​ນິຄົມ​ອຸດສາຫະກຳ​ດັ່ງກ່າວ​ແລ້ວ. ຫຼັງ​ມີ​ຫຼາຍບໍລິສັດ​ຜະລິດ​ຕະພັນພະລັງງານແສງຕາ​ເວັນເຂົ້າ​ປະຈຳ​​ແລ້ວ, ​ເຂດ​ນິຄົມ​ອຸດສາ​ຫະກຳ​ແຫ່ງ​ນີ້​ກໍ​ໄດ້​ກາຍ​ເປັນ​ໜຶ່ງ​​ໃນ​ບັນດາ​ເຂດ​ນິຄົມ​ຕົວ​ແບບ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນ-ຫວຽດນາມ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ