ກຳ​ປັ່ນຕຳຫຼວດທະ​ເລ​ຫວຽດນາມ​​ເດີນທາງ​ເຖິງຈີນ​ເປັນ​ຄັ້ງ​ທຳ​ອິດ
2017-05-09 16:49:58  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າ​ວັນ​ທີ 9 ພຶດສະພາ​ນີ້, ກຳ​ປັ່ນ 8004 ຂອງ​ຕຳຫຼວດທະ​ເລ​ຫວຽດນາມ​ໄດ້​ເດີນທາງ​ເຖິງ​ເມືອງ​ໄຫ​ໂຂ່ວ​ແຂວງ​ໄຫ​ຫຼຳປະ​ເທດຈີນ​ເຊິ່ງນີ້​ແມ່ນການ​ເດີນທາງ ຢ້ຽມ​ຢາມ​ປະ​ເທດ​ຈີນ​ຕາມ​ຄຳ​ເຊີນ​ເປັນ​ຄັ້ງ​ທຳ​ອິດ​ແລະ​ກໍ​​ເປັນໜຶ່ງ​ມາດ​ຕະການ​ທີ່​ເປັນ​ຮູບ​ປະ​ທຳ​ທີ່​ຕຳຫຼວດທະ​ເລ​ຈີນ-ຫວຽດນາມ​ປະຕິບັດ​ຕາມ​ຄວາມ​​ເປັນ​ເອກະສັນ​ທີ່​ສຳຄັນ​ຂອງ​ຜູ້ນຳ​ພັກ​ລັດ​ສອງ​ປະ​ເທດ.
​ໂອກາດ​ຢ້ຽມຢາມ,ສອງ​ຝ່າຍ​​ໄດ້ຈັດການ​ພົບ​ປະ​ເຈລະຈາ​ວຽກ​ຕຳຫຼວດທະ​ເລ​ໂດຍ​ມີ​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຕົ້ນ​ເຂົ້າ​ຮ່ວມ​ແລະ​ໄດ້​ສະຫຼຸບແລະ​ຖອດ​ຖອນບົດຮຽນ​ການ​ຮ່ວມມື​ລະຫວ່າງ​ຕຳຫຼວດທະ​ເລ​ສອງ​ປະ​ເທດ​ໃນ​ຫຼາຍປີ​ຜ່ານມາ​​ແລະ​ຮ່ວມ​ກັນ​ປຶກສາ​ຫາລື​ເພື່ອ​ຮັບ​ມື​ກັບ​ສະຖານະ​ການ​ແລະ​ໜ້າ​ທີ່​ໃໝ່​​ໃນ​ການ​ຮ່ວມ​ກັນ​ປະຕິບັດ​ກົດໝາຍ​ທາງ​ທ​ະ​ເລທັງ​ຍັງ​ຈະ​ຈັດ​ກິດຈະກຳ​ການ​ເປີດ​​ເຂົ້​າຊົມ​ກຳ​ປັ່ນ​ຕຳຫຼວດທະ​ເລ​ຫວຽດນາມ​ແລະ​ການ​ແລ​ກປ່ຽນ​ວັດທະນະທຳ.
ກ່ອນ​ໜ້າ​ນີ້​ຄື​ເມື່ອ​ເດືອນ​ພະຈິກ​ປີ 2016,ກຳ​ປັ່ນ 46305 ຂອງ​ຕຳຫຼວດທະ​ເລ​ຈີນ​ເຄີຍ​ຢ້ຽມຢາມ​ເມືອງ​ຮາ​ຍຟອງປະ​ເທດ​ຫວຽດນາມ ​ແລະ​​ເທື່ອ​ນີ້ນັບ​ວ່າ​ເປັນ​ຜົນສຳ​ເລັດ​ໃນ​ການ​ຢ້ຽມຢາມ​​ເຊິ່ງກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ